20 ລັກສະນະນິສຜູ້ເປັນເທວວະດາມາເກີດ ຕາມຄວາມເຊື່ອ.

| ໃນຄວາມເຊື່ອຂອງສາດສະໜາພຸດແລ້ວ ມະນຸດເປັນພົບພູມດຽວທີ່ສາມາດຝຶກຝົນ ປະຕິບັດບັນລຸຜົນນິພານໄດ້ ຫຼື ດັບທຸກ ດັບກິເຫຼດ ຫຼຸດພົ້ນຈາກການວຽນວາຍຕາຍເກີດໄດ້ ເພາະມະນຸດເປັນສິ່ງທີ່ມີຊີວິດດຽວທີ່ສາມາດບວດເປັນພຮະ ແຕ່ພົບພູມອື່ນໆເຖິງວ່າຈະຢູ່ສູງກວ່າມະນຸດ ມີກິເຫຼດໜ້ອຍກວ່າ (ແຕ່ກໍ່ຍັງມີກິເຫຼດຢູ່) ມີບຸນຫຼາຍກວ່າມະນຸດ ແຕ່ກໍ່ບໍ່ສາມາດເຂົ້າສູ່ກະແສນິພານໄດ້ ດັ່ງນັ້ນຈຶ່ງມີຄວາມເຊື່ອທີ່ເຮົາມັກຈະໄດ້ຍິນວ່າ “ເທວວະດາມາເກີດ” ເຊິ່ງກໍ່ເປັນຈິງທີ່ ເພິ່ນອາດລົງມາບວດເປັນພຮະໃນສາດສະໜາພຸດ ເພື່ອບໍາເພັນພຽນໃຫ້ຫຼຸດພົ້ນຈາກທຸກ ຈາກກິເຫຼດ ເຂົ້າສູ່ກະແສນິພານໃນທີ່ສຸດ.

1. ເປັນຜູ້ບໍ່ສຸນສຽວ.
2. ເປັນຜູ້ບໍ່ຫວາດຫວັ່ນ.
3. ເປັນຜູ້ບໍ່ໂອ້ອວດ.
4. ເປັນຜູ້ບໍ່ກໍ່ຄວາມລໍາຄານ.
5. ເປັນຜູ້ບໍ່ມັກຈົ່ມ.
6. ເປັນຜູ້ມີຄວາມອົດທົນໄດ້ ລໍຄອຍໄດ້.
7. ເປັນຜູ້ເວົ້າດ້ວຍປັນຍາ.
8. ເປັນຜູ້ບໍ່ວູ້ວາມ.
9. ເປັນຜູ້ມີວາຈາອັນສໍາລວມແລ້ວ.
10. ເປັນຜູ້ວາງໂຕເປັນກາງ ບໍ່ເອນອຽງຝ່າຍໃດ.

11. ເປັນຜູ້ມີສະຕິທຸກເມື່ອ.
12. ເປັນຜູ້ບໍ່ຖືໂຕວ່າສະເໝີກັບເຂົາ.
13. ເປັນຜູ້ບໍ່ຖືໂຕວ່າວິເສດກວ່າເຂົາ.
14. ເປັນຜູ້ຖືໂຕວ່າຕໍ່າກວ່າເຂົາ.
15. ເປັນຜູ້ບໍ່ມີໂທດອັນເຮັດໃຫ້ມືດມົວດຸດຝ້າ.
16. ເປັນຜູ້ບໍ່ຍຶດຖືສິ່ງໃດໆໃນໂລກວ່າເປັນຂອງຕົນ.
17. ເປັນຜູ້ບໍ່ເສົ້າໂສກເພາະສັດ ແລະ ສັງຂານທີ່ເສື່ອມໄປ.
18. ເປັນຜູ້ບໍ່ເຖິງອັກຄະຕິໃນທໍາທັງຫຼາຍ.
19. ເປັນຜູ້ເກງກົວຕໍ່ການເຮັດບາບ ຫຼື ເຮັດຊົ່ວ ແລະ ບຽດບຽນຜູ້ອື່ນ.
20. ເປັນຜູ້ສຶກສາສົນໃຈ ຄົ້ນຄ້ວາ ແລະ ເລື້ອມໃສໃນພຸດທະສາດສະໜາ.

ຢ່າລືມແບ່ງປັນໃຫ້ຄົນທີ່ທ່ານຮັກ ສຳລັບທ່ານໃດມີຂໍ້ມູນດີໆ ກໍ່ສາມາດແບ່ງປັນກັນ ຄອມເມັ້ນມາຂ້າງລຸ່ມນີ້ໄດ້ເລີຍເດີ້, ຝາກຕິດຕາມເຮົາແນ່ເດີ້ ບົດຄວາມດີໆມີໃຫ້ຕິດຕາມທຸກໆມື້, ຂໍຂອບໃຈທີ່ຕິດຕາມເຮົາສະເໝີມາ.