ເກີດເຫດເຮືອບິນລຳນ້ອຍຕົກກະທົບໃສ່ຫົນທາງໃນອາເມຣິກາເກີດເຫດເຮືອບິນລຳນ້ອຍຕົກລົງຫົນທາງ ໃນລັດຄາລິຟໍເນຍ ຂອງອາເມຣິກາ ແລ້ວໄດ້ເຖືອໄປຕາມຫົນທາງຈົນໄຟໄໝ້.

ໃນວັນທີ 10 ສິງຫາ 2022 ສຳນັກຂ່າວ ເດລີ່ເມວ ລາຍງານວ່າ: ເກີດອຸບັດຕິເຫດໃນທາງດ່ວນ ໃນນະຄອນລັອສແອນເຈີລິສ ລັດຄາລິຟໍເນຍ.
ປະເທດອາເມຣິກາມີອຸບັດຕິເຫດເຮືອບິນລຳນ້ອຍຕົກລົງມາກະທົບເທິງຫົນທາງ ໃນເວລາ 12.30ໂມງ ຂອງວັນອັງຄານ ທີ 9 ສິງຫາ ຕາມເວລາທ້ອງຖິ່ນຂະນະທີ່ມີລົດກຳລັງແລ່ນສັນຈອນຕາມຫົນທາງ,

ຈົນເຮັດໃຫ້ເຮືອບິນເຖືອໄປຕາມຫົນທາງ ແລະ ມີປີກຂອງເຮືອບິນ ໄດ້ໄປຕຳກັບລົດຄັນໜຶ່ງ ຈົນເກີດໄຟໄໝ້.
ເບື້ອງຕົ້ນຄາດວ່າ ນັກບິນພະຍາຍາມຈະນຳເອົາເຮືອບິນລົງຈອດ ຍ້ອນເຮືອບິນເກີດບັນຫາຂັດຂ້ອງ ຈຶ່ງໄດ້ຕັດສິນໃຈເອົາລົງຈອດເທິງຫົນທາງ,

ນັກບິນ ແລະ ຜູ້ໂດຍສານໜຶ່ງຄົນ ລອດຊີວິດ ແລ້ວໜີອອກມາຈາກເຮືອບິນໃນຂະນະທີ່ເກີດໄຟໄໝ້ໄດ້ ແລະ ບໍ່ໄດ້ຮັບບາດເຈັບແຕ່ຢ່າງໃດ.
ຊົມຄຼິບ