ຂົວຂ້າມຫ້ວຍໝາກແງວ ເມືອງບາຈຽງຈະລີນສຸກ ໄດ້ຮັບຜົນເສຍຫາຍໜັກ ຈາກສະພາບນໍ້າຖ້ວມຊຸ.

ຂົວຂ້າມຫ້ວຍໝາກແງວ ເມືອງບາຈຽງຈະລີນສຸກ ແຂວງຈຳປາສັກ ໄດ້ຮັບຜົນເສຍຫາຍໜັກ ຈາກສະພາບນໍ້າຖ້ວມຊຸ.ໃນວັນທີ 10 ສິງຫາ 2022 ນີ້, ທ່ານ ວັນໄຊ ສັກບົວວົງ ກຳມະການພັກເມືອງ ຫົວໜ້າຫ້ອງການໂຍທາທິການ ແລະຂົນສົ່ງ ເມືອງບາຈຽງຈະເລີນສຸກ ໄດ້ລົງສຳຫຼວດຜົນເສຍຫາຍ ແລະ ໃຫ້ສຳພາດວ່າ:

ເນື່ອງຈາກຝົນຕົກໜັກຫຼາຍວັນຕິດຕໍ່ກັນ ໄດ້ເກີດມີສະພາບນໍ້າຖ້ວມ,ນໍ້າແຕກແກ່ງ ແລະໄຫຼຊຸແຮງລົ້ນຫ້ວຍ ຢູ່ບ້ານຫ້ວຍໝາກແງວ ເມືອງບາຈຽງຈະເລີນສຸກ ອັນໄດ້ສົ່ງຜົນເຮັດໃຫ້ຂົວຂ້າມຫ້ວຍຖືກນໍ້າຖ້ວມຊຸ ເປ່ເພຢ່າງໜັກໜ່ວງ ແລະ ບໍ່ສາມາດໃຊ້ງານໄດ້.ເຮັດໃຫ້ການສັນຈອນເປັນອຳມະພາດ ແລະສ້າງຜົນກະທົບຢ່າງໜັກໜ່ວງ ຕໍ່ການສັນຈອນໄປມາຂອງປະຊາຊົນ ແລະ ລວມເຖີງ ການຂົນສົ່ງ ສິນຄ້າ ກະສິກຳ ຈາກເມືອງເລົ່າງາມ ແຂວງສາລະວັນ ເຂົ້າມາແຂວງຈຳປາສັກ ຜ່ານເສັ້ນທາງເລກທີ 20 ນີ້ ຖືກຢຸດສະງັກແລ້ວ.

ປະຈຸບັນເຈົ້າໜ້າທີ່ກຳລັງປກຊ – ປກສ ແລະອຳນາດການປົກຄອງເມືອງ,ອຳນາດການປົກຄອງບ້ານ ໄດ້ລົງຊ່ວຍເຫຼືອປະຊາຊົນໃນການຂ້າມຂົວ ໂດຍສະເພາະໃນກໍລະນີສຸກເສີນ ມີຄົນເຈັບປ່ວຍ ເພື່ອໄປປິ່ນປົວຢູ່ໂຮງໝໍ. ສ່ວນວ່າການຂົນສົ່ງໂດຍສານ,ສິນຄ້າຕ່າງໆ ຈະທຽວໄດ້ກໍຕໍ່ເມື່ອໄດ້ຮັບການກໍ່ສ້າງສ້ອມແປງຂົວຄືນໃໝ່ ແຕ່ຄາດວ່າຢ່າງໜ້ອຍກໍຈະໃຊ້ເວລາ ບໍ່ຕໍ່າກ່ວາ 1 ເດືອນ.

ເພື່ອແກ້ໄຂບັນຫາການສັນຈອນ ທີ່ຈຸດຂົວຂ້າມຫ້ວຍໝາກແງວໃຫ້ກັບສູ່ສະພາບປົກຕິໂດຍໄວ. ທາງ ຫ້ອງການ ໂຍທາທິການ ແລະ ຂົນສົ່ງເມືອງ ໄດ້ລາຍງານໃຫ້ອົງການປົກຄອງແຂວງ ແລະພົວພັນກັບພະແນກ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ເພືອຊ່ວຍເຫຼືອສ້ອມແປງ – ກໍ່ສ້າງຂົວຄືນໃໝ່.

ພ້ອມນີ້ກໍໄດ້ແຈ້ງໃຫ້ທົ່ວສັງຄົມຮັບຮູ້ ເພື່ອນຳໃຊ້ເສັ້ນທາງອື່ນທົດແທນເປັນການຊົ່ວຄາວ ເປັນຕົ້ນການຂົນສົ່ງໂດຍສານ,ສິນຄ້າ ຕ່າງໆເຂົ້າມາ ຂໍໃຫ້ຫຼີກລ່ຽງ ແລະໄປນຳໃຊ້ເສັ້ນທາງທ່າແຕງ – ປາກຊ່ອງ ຊົ່ວຄາວ ຈົນກ່ວາຂົວຂ້າມຫ້ວຍໝາກແງວ (ທາງເລກ 20 ທີ່ເຊື່ອມຕໍ່ເມືອງເລົ່າງາມ ແຂວງສາລະວັນ ແລະ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ)ຈະກໍ່ສ້າງຄືນໃໝ່ ແລະ ນຳໃຊ້ໄດ້ເປັນປົກກະຕິ.

ຂ່າວ: ດວງໃຈ ຂຸນສັກດາ .