ຈີນ ເລີ່ມປັບຫລຸດລາຄາຂ່າຍຍ່ອຍ ນ້ຳມັນແອັດຊັງ-ກາຊວນ.

ຈີນ ເລີ່ມປັບຫລຸດລາຄາຂ່າຍຍ່ອຍ ນ້ຳມັນແອັດຊັງ-ກາຊວນ.

ຂປລ.ຕາມ​ຂ່າວ​ຈາກ​ ຊິນ​ຮວາ,ຄະນະ​ ກຳມະການ ພັດທະນາ ​ແລະ ປະຕິ​ຮູບ​ ແຫ່ງ​ຊາດ​ຈີນ ປະ​ກາດ ​ປັບ​ລາຄາ​ ຂາຍຍ່ອຍ ນ້ຳ​ມັນ ແອັດຊັງ ​ແລະ ກາ​ຊວນ ​ໃນ​ວັນ​ທີ10 ​ສິງຫາ​ນີ້ ຖືກ​ປັບ​ລົງ 130​ຢວນຕໍ່​ໂຕນ ​ແລະ 125 ຢວນຕໍ່​ໂຕນ.

ຕາມ​ລຳດັບ ​ຊຶ່ງ​ເປັນ​ການ ​ປັບ​ລົງ ຄັ້ງທີ5​ ຂອງ​ປີ​ນີ້ ​ເພື່ອ​ເປັນ​ການ​ປັບ​ຫລຸດ ​ຕົ້ນທຶນ ​ການ​ເດີນທາງ​ ຂອງ​ພາຫະນະຕ່າງໆ ​ແລະ ຕົ້ນທຶນ ການ​ຂົນ​ສົ່ງ​ ຂອງ​ພາກ​ທຸລະ​ກິດ​ ຂົນ​ສົ່ງ ຕື່ມ​ອີກ.

ປັດຈຸບັນ ລາຄາ​ ນ້ຳມັນ​ດິບ ​ສາກົນ ມີ​ການ​ປ່ຽນ​ແປງ​ ຫລາຍ​ກວ່າ 50ຢວນ ຕໍ່​ໂຕນ ​ແລະ ຍັງ​ຄົງ​ ລະດັບ​ ຮັກສາ​ ລະດັບ ​ດັ່ງກ່າວ ​ເປັນ​ເວລາ ​ເຖິງ10​ວັນ.

ລາຄາ ​ຜະລິດ ​ຕະພັນ​ ນ້ຳມັນ​ກັ່ນ​ແລ້ວ​ ເຊັ່ງ​ແອັດ​ຊັງ ​ແລະ ກາ​ຊວນ ​ຂອງ​ຈີນ ຈະ​ປັບ​ຕົວ ​ເຊັ່ນ​ກັນ./.

(ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

Related Posts

Leave a Reply

Your email address will not be published. Required fields are marked *