ໜັງສືພິມວຽງຈັນທາຍ ລາຍງານໃນວັນທີ 10/09/2022 ນີ້ວ່າ ມີບາງໂຮງໝໍ ໃນນະຄອນຫຼວງວຽງຈັນ ໄດ້ປ່ຽນເອົາພື້ນທີ່ ຕາມລະບຽງ ແລະ ຫ້ອງປະຊຸມ ຂອງໂຮງໝໍ ໃຫ້ເປັນສະຖານທີ່ປິ່ນປົວຜູ້ປ່ວຍໄຂ້ຍຸງລາຍ.
ແລະ ຍັງຂາດຕຽງນອນໃຫ້ຜູ້ປ່ວຍໄຂ້ຍຸງລາຍ ຕື່ມອີກ ເນື່ອງຈາກການເພີ່ມຂຶ້ນຢ່າງຕໍ່ເນື່ອງຂອງຜູ້ຕິດເຊື້ອ ໂດຍສະເພາະ ໃນລະຫວ່າງເດືອນ ພຶດສະພາ ເຖິງເດືອນ ກໍລະກົດ 2022.
ຈໍານວນຜູ້ຕິດເຊື້ອ ໃນປີນີ້ ແມ່ນເພີ່ມຂຶ້ນ ກາຍສະຖິຕິການຕິດເຊື້ອໄຂ້ຍຸງລາຍ ໃນປີ 2019.
ໃນປີ 2019, ມີຜູ້ຕິດເຊື້ອໄຂ້ຍຸງລາຍ 10.778 ຄົນ ແລະ ເສຍຊີວິດ 25 ຄົນ,
ໃນໄລຍະເວລາດຽວກັນ ຂອງປີ 2022, ມີຜູ້ຕິດເຊື້ອລວມ 15.661 ແລະ ເສຍຊີວິດແລ້ວ 16 ຄົນ.
ຮູບພາບ ຂໍ້ມູນ: Vientianetimes