ໃນວັນທີ 9 ສິງຫາ 2022 ເວລາ 16:00 ໂມງ ປະຊາຊົນ ໄດ້ພົບຊາຍນິລະນາມ ເສຍຊີວິດໄຫລນ້ຳມາຄ້າງຢູ່ທ່າບ້ານ ເມືອງຂາຍ ນະຄອນ-ຫລວງພະບາງ ປັດຈຸບັນແມ່ນບໍ່ຮູ້ຊື່ແລະ ປະຫວັດຂອງຄົນເສຍຊີວິດ.
ດັ່ງນັ້ນ, ທີມງານຫນ່ວຍກູ້ຊີບອົງການກາແດງລາວໄດ້ທຳການຫໍ່ສົບຜູ້ເສຍຊີວິດແລ້ວນຳສົ່ງໂຮງເຢັນໂຮງຫມໍແຂວງຫລວງພະບາງ.

ປະກາດເຖິງຍາດພີ່ນ້ອງຂອງຜູ້ເສຍຊີວິດເມື່ອຊາບຂ່າວນີ້ໃຫ້ມາພົວພັນເອົາສົບຜູ້ເສຍຊີວິດເພື່ອໄປເຮັດຕາມພິທີຕາມສາສະຫນາ.
