ແຈ້ງເຕືອນໄພ!
ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງເຊກອງ ໄດ້ອອກປະກາດແຈ້ງເຕືອນໄພ ຕາມແຈ້ງການຂອງ ບໍລິສັດ ຫຸ້ນສ່ວນເຂື່ອນໄຟຟ້ານ້ຳຕົກ.
ພາກກາງຂອງ ສ.ສ ຫວຽດນາມ ຈະມີການປ່ອຍນ້ຳຈາກອ່າງເກັບນ້ຳທີ່ເຂື່ອນໄຟຟ້າ ອາເລື້ອຍ ໃນລະຫວ່າງວັນທີ 8-11 ສິງຫາ 2022
ໃຫ້ປະຊາຊົນທີ່ຢູ່ລຸ່ມເຂື່ອນ ແລະ ຕາມແລວສາຍນ້ຳ ມີສະຕິ ເກັບມ້ຽນເຄື່ອງຂຶ້ນທີ່ສູງ.
ແລະ ຕິດຕາມການແຈ້ງການຈາກທາງການເປັນໄລຍະ ເນື້ອໃນລະອຽດອ່ານເພີ່ມເຕີມໃນແຈ້ງການ.
ແຈ້ງການ.

ຂໍ້ມູນຈາກ: ເຊກອງວັນນີ້ Sekong today