ສະຫະພັນບານເຕະແຫ່ງຊາດລາວ ສະໜັບໜູນເງິນ 50 ລ້ານກີບ ໃຫ້ທັບນັກກິລາ U16 ຫຼັງເອົາຊະນະ ທີມຊາດບຣູໄນ.
ການປະກາດສະໜັບສະໜູນເງິນ ຈຳນວນ 50.000.000 ກີບ ຂອງສະຫະພັນບານເຕະແຫ່ງຊາດລາວ ໃຫ້ແກ່ທີມຊາດລາວ U16 ມີຂຶ້ນກ່ອນການລົງສະໜາມແຂ່ງຂັນ ພົບກັບທີມຊາດ ບຣູໄນ ໃນຕອນແລງວັນທີ 7 ສິງຫາ 2022
ເຊິ່ງຜົນຂອງການແຂ່ງຂັນ ທີມຊາດລາວ ໂຊຟອມໄດ້ໂດດເດັ່ນ ຍິງປະຕູຖະຫຼົ່ມ ຊະນະ ທີມຊາດບຣູໄນ 10-0 ປະຕູ. ເຮັດໃຫ້ທີມຊາດລາວ ລົງສະຫນາມ 3 ນັດ ຊະນະ 1 ສະເຫມີ 2 ມີ 5 ຄະແນນ ເປັນອັນດັບ 2 ກຸ່ມບີ ແຕ່ບໍ່ພຽງພໍເປັນອັນດັບ 2 ທີ່ມີຄະແນນດີທີ່ສຸດ, ຕົກຮອບແບບຫນ້າເສຍດາຍ.
ທັງນີ້, ຍອດເງິນສະຫນັບສະຫນູນ ທາງ ສະຫະພັນບານເຕະແຫ່ງຊາດລາວ ສະຫນັບສະຫນູນ 50 ລ້ານກີບ ນັດເອົາຊະນະ ບຣູໄນ, ລວມທັງນັດທີ່ສະເຫມີ 2 ນັດຜ່ານມາຄື ສະເໜີ ໄທ 1:1 ແລະ ສະເໝີ ຕີມໍ 1:1 ໄດ້ສະໜັບສະໜູນເງິນ 30 ລ້ານກີບ ລວມເປັນ 80 ລ້ານກີບ”
ຂໍ້ມູນ-ພາບ: ສະຫະພັນບານເຕະແຫ່ງຊາດລາວ