ສຳນັກຂ່າວຕ່າງປະເທດລາຍງານຈາກກຸງວໍຊິງຕັນ ປະເທດສະຫາລັດອາເມລິກາ.
ໃນວັນທີ 6 ສິງຫາ 2022 ນີ້ວ່າ:ສຳນັກງານຕຳຫລວດກຸງວໍຊິງຕັນລາຍງານການເກີດຟ້າຜ່າ 3 ຄັ້ງ.
ບໍລິເວນຈະຕຸລັດລາຟາເຍດ ເຊິ່ງເປັນສວນສາທາລະນະ ຢູ່ກົງກັນຂ້າມກັບທຳນຽບຂາວ ໃນຕອນຄໍ່າຂອງວັນພະຫັດທີ່ຜ່ານມາຕາມເວລາທ້ອງຖິ່ນ,
ເຮັດໃຫ້ຄົນໄດ້ຮັບບາດເຈັບຈຳນວນໜຶ່ງ ແລະ ເສຍຊີວິດ 3 ຄົນ ເປັນເພດຊາຍ 2 ຄົນ ແລະ ຍິງ 1 ຄົນ,
2 ຄົນເຊິ່ງເປັນຄູ່ຜົວເມຍທີ່ເດີນທາງມາຈາກລັດວິສຄອນຊິນ ເພື່ອມາສະເຫລີມສະຫລອງວັນຄົບຮອບແຕ່ງງານປີທີ 56 ທີ່ກຸງວໍຊິງຕັນ.
ທາງເຈົ້າໜ້າທີ່ກູ້ໄພລາຍງານວ່າ:
ຜູ້ທີ່ຖືກເຄາະຮ້າຍທັງໝົດແມ່ນໄປລວມຕົວກັນຢູ່ກ້ອງຕົ້ນໄມ້ຕົ້ນໜຶ່ງ ເພື່ອຫລົບພາຍຸຝົນໃນເວລານັ້ນ ຢ່າງໃດກໍຕາມ.
ບໍ່ຄວນຢູ່ກ້ອງຕົ້ນໄມ້ໃນຊ່ວງພາຍຸຝົນຟ້າແບບນີ້.ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຂອງສະຫາລັດລະບຸວ່າ:
ຕະຫລອດໄລຍະເວລາ 1 ທົດສະວັດທີ່ຜ່ານມາ.
ມີຜູ້ເສຍຊີວິດຈາກເຫດການຟ້າຜ່າໃນປະເທດ ສະເລ່ຍປະມານປີລະ 27 ຄົນ.