ບໍລິສັດທາງລົດໄຟ ລາວຈີນ ຍອມຮັບຜິດ ທຸກບັນຫາທີ່ມີມູນຄວາມຈິງ ແລະ ພ້ອມເລັ່ງແກ້ໄຂໂດຍໄວ.

ຕໍ່ກັບສະພາບການຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນການເດີນທາງຜ່ານທາງລົດ ໄຟ ລາວ-ຈີນ ເປັນຕົ້ນ ມີນັກທ່ອງທ່ຽວລຽນແຖວຊື້ປີ້ລົດໄຟ ເປັນຈຳນວນຫລາຍ ຢູ່ສະຖານີລົດໄຟນະຄອນຫລວງວຽງຈັນ, ບໍ່ມີຫ້ອງນ້ຳຢູ່ນອກອາຄານ ສະຖານີ, ມີກຸ່ມຄົນ, ບຸກຄົນສວຍໂອກາດ ຊື້-ຂາຍປີ້ ເກັງກຳໄລ ທີ່ບໍ່ຖືກຕ້ອງເຮັດໃຫ້ມີຫາງສຽງຈົ່ມວ່າຕ່າງໆນາໆ ທັງໃນທາງບວກ ແລະ ທາງລົບ ຂອງສັງຄົມຢູ່ສື່ສັງຄົມອອນລາຍ ເຊິ່ງອາດຈະສ້າງຄວາມເສຍຫາຍຕໍ່ພາບພົດ ແລະ ການທ່ອງທ່ຽວຂອງ ສປປ ລາວ.

ຕໍ່ກັບບັນຫາດັ່ງກ່າວ, ບໍລິສັດທາງລົດໄຟ ລາວ-ຈີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ອອກມາຊີ້ແຈ້ງ ແລະ ຍອມ ຮັບຜິດທຸກບັນຫາ ທີ່ມີມູນຄວາມຈິງ ແລະ ພ້ອມທີ່ຈະປັບປຸງແກ້ໄຂບັນຫາດັ່ງກ່າວໂດຍໄວ ເພື່ອເຮັດໃຫ້ການບໍລິການຕ່າງໆ ໂດຍສະເພາະການບໍລິການ ຊື້- ຂາຍ ປີ້ລົດໄຟ ເປັນລະບົບ, ມີຄວາມສະດວກສະບາຍ, ວ່ອງໄວຂຶ້ນກວ່າເກົ່າ.

ທ່ານ ດາວຈິນດາ ສີຫາລາດ ຮອງຜູ້ອຳ ນວຍການໃຫຍ່ ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ຊີ້ແຈງກ່ຽວກັບບັນຫາດັ່ງກ່າວ ໃນວັນທີ 3 ສິງຫາ 2022 ນີ້ວ່າ: ຕໍ່ກັບບັນຫາທີ່ເກີດຂຶ້ນດັ່ງກ່າວ, ບໍລິສັດທາງລົດໄຟລາວ-ຈີນ ຍອມຮັບຕໍ່ຂໍ້ຜິດ ພາດ, ຂໍ້ຂາດຕົກບົກຜ່ອງທາງດ້ານຄວາມພ້ອມໃນການບໍລິການລົດໄຟ ແລະ ພ້ອມຈະນຳເອົາຂໍ້ຜິດ ພາດດັ່ງກ່າວ, ໄປປັບປຸງ, ແກ້ໄຂ ໃຫ້ດີຂຶ້ນເທື່ອລະກ້າວໂດຍໄວ; ຕໍ່ບາງບັນຫາທີ່ກ່ຽວພັນກັບວຽກງານການບໍລິການ ທາງບໍລິສັດຍິນດີຮັບເອົາຄໍາຕໍານິຕິຊົມ ທີ່ມີລັກຊະນະສ້າງສັນທຸກດ້ານ ໂດຍອີງໃສ່ສະພາບຄວາມເປັນຈິງ ແລະ ຄວາມອາດສາມາດຕົວຈິງ ເພື່ອນຳໄປປັບ ປຸງແກ້ໄຂ ໂດຍສະເພາະ ການບໍລິການຊື້-ຂາຍປີ້ລົດໄຟ.

ປັດຈຸບັນ ບໍລິສັດກຳລັງດໍາເນີນການສ້າງລະບົບຂາຍປີ້ ຜ່ານທາງອອນລາຍ ຜ່ານແອບເທິງມືຖືເຊິ່ງບໍລິສັດທາງລົດໄຟລາວ-ຈີນ ໄດ້ມີການຄົ້ນຄວ້າ, ຊຸກຍູ້ພາກສ່ວນທີ່ຮັບຜິດຊອບໃຫ້ດຳເນີນການໃຫ້ສຳເລັດໂດຍໄວ. ມາຮອດປັດຈຸ ບັນ, ການດໍາເນີນການໄດ້ສຳເລັດໂດຍພື້ນຖານໃນລະບົບ software, ຂັ້ນຕອນຕໍ່ໄປກໍຈະໄດ້ດໍາເນີນການປັບປຸງໃຫ້ສົມ ບູນແບບ ແລະ ດຳເນີນການຈັດຊື້ອຸ ປະກອນ ເພື່ອມາຕິດຕັ້ງ, ຄາດວ່າຈະໃຫ້ສຳເລັດ ແລະ ສາມາດນຳໃຊ້ໄດ້ໃນທ້າຍປີ 2022 ນີ້.

ສຳລັບ ຫາງສຽງຂອງສັງຄົມ ກ່ຽວກັບຫ້ອງນໍ້າສາທາລະນະ ເພື່ອອຳນວຍຄວາມສະດວກໃຫ້ຜູ້ທີ່ມາລຽນແຖວຊື້ປີ້ ຫລື ມາເຮັດທຸລະຕ່າງໆ ທາງບໍລິສັດ ກໍໄດ້ມີການແກ້ໄຂແລ້ວ ໂດຍໄດ້ຈັດສັນຊັ້ນສອງຂອງອາຄານສະຖານີ ມາເປັນຈຸດບໍລິການ. ພ້ອມນັ້ນ, ບໍລິສັດທາງລົດໄຟ ຍັງຈະຂະ ຫຍາຍຊ່ອງຊື້ປີ້ລົດໄຟຕື່ມອີກ ເພື່ອເຮັດໃຫ້ການຊື້-ຂາຍປີ້ລົດໄຟ ວ່ອງໄວຂຶ້ນກວ່າເກົ່າ.ສຳລັບ ແຜນການໃນຕໍ່ໜ້າ ບໍລິສັດທາງລົດໄຟ ລາວ-ຈີນ ຈະສົມທົບກັບກົມທາງລົດໄຟ ກະຊວງ ຍທຂ, ກົມຄຸ້ມຄອງການທ່ອງທ່ຽວ ກະຊວງຖະແຫລ່ງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ຮ່ວມກັນຄົ້ນຄວ້າແກ້ໄຂປີ້ລົດໄຟ ແກ່ບັນດານັກທ່ອງ ທ່ຽວ ໃຫ້ມີຄວາມສະດວກສະບາຍ; ເພີ່ມເວລາການເປີດບໍລິການອາຄານສະຖານີ ສຳລັບຜູ້ໂດຍ ສານທີ່ຕ້ອງການເດີນທາງ, ເຊິ່ງຜ່ານມາມີຜູ້ໂດຍສານຈຳນວນໜຶ່ງ ເດີນທາງມາຮອດສະຖານີກ່ອນເວລາລົດອອກ ເປັນເວລາດົນ ແຕ່ທາງອາຄານສະ ຖານີຍັງບໍ່ທັນເປີດບໍລິ ການ ເຮັດໃຫ້ຕ້ອງໄດ້ລໍຖ້າຂ້າງນອກເປັນເວລາດົນ.

ທ່ານ ພັນເອກ ໄກສອນ ແກ້ວມະນີ ຫົວ ໜ້າກົມຕ່ຳຫລວດລົດໄຟ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວວ່າ: ຕໍ່ກັບສະພາບການຄວາມບໍ່ເປັນລະບຽບຮຽບ ຮ້ອຍໃນການເດີນທາງ, ການລຽນແຖວຊື້ປີ້ ໃນສະຖານີລົດໄຟ ນະຄອນຫລວງວຽງຈັນເກີດຂຶ້ນ ກໍຍ້ອນສະພາບຄວາມຕ້ອງການເດີນທາງ ແລະ ການເພີ້ມຂຶ້ນຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ນອກນັ້ນ, ກໍເກີດມີກຸ່ມຄົນ, ບຸກຄົນ ສວຍໂອ ກາດຊື້-ຂາຍປີ້ ເກັງກຳໄລ ທີ່ບໍ່ຖືກຕ້ອງ ໂດຍສະເພາະຢູ່ໃນກຸ່ມນັກທ່ອງທ່ຽວ, ທຳມະດາບໍລິສັດທ່ອງທ່ຽວແບ່ງໂກຕ້າໃຫ້ແລ້ວ ແຕ່ກໍຍັງລະດົມຄົນມາຊື້ປື້ຕື່ມ ເພື່ອໃຫ້ໄດ້ຈໍານວນຫລາຍ, ນອກນັ້ນ ກໍຍັງບຸກຄົນມາລຽນແຖວ ມື້ໜຶ່ງຫລາຍໆເທື່ອເພື່ອຂາຍປີ້ຕໍ່ເກັງກຳໄລ. ຕໍ່ກັບບັນຫາດັ່ງກ່າວ, ຕໍາຫລວດລົດໄຟ ຈະສົມທົບກັບ ເຈົ້າໜ້າທີ່ກວດກາການແລ່ນລົດໄຟ ຈະເອົາໃຈໃສ່ຈັດສັນການລຽນແຖວຊື້ປີ້ ໃຫ້ເປັນລະບຽບຮຽບຮ້ອຍໃນສະ ຖານີ, ສະກັດກັ້ນບຸກຄົນ ແລະ ກຸ່ມຄົນທີ່ຊື້-ຂາຍປີ້ຕໍ່ເກັງກຳໄລ ທີ່ບໍ່ຖືກຕ້ອງຈະໄດ້ມີມາດຕະການແກ້ໄຂຢ່າງເຂັ່ງຄັດ.

ພ້ອມທັງ, ສະເໜີໃຫ້ ບໍລິສັດທາງລົດໄຟລາວ-ຈີນ ແຍກບ່ອນຂາຍປີ້ໃຫ້ກຸ່ມນັກທ່ອງທ່ຽວ ຫລື ບໍລິສັດທ່ອງທ່ຽວສະເພາະ ເພື່ອຄວາມເປັນລະບຽບຮຽບຮ້ອຍ, ຫລຸດຜ່ອນການແອອັດ. ສຳລັບກຸ່ມຄົນທົ່ວໄປທີ່ມາຊື້ປີ້ ຕ້ອງຖືບັດປະຈໍາຕົວ ຫລື ສຳມະໂນຄົວ (ສຳເນົາ ຫລື ເອກະສານຢັ້ງຢືນທີ່ຢູ່ ຫລື ສຳມະໂນຄົວມາພ້ອມ), ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງກວດກາ ເພື່ອຕິດຕາມ, ຄວບ ຄຸມຄວາມເປັນລະບຽບ ຮຽບຮ້ອຍ; ຕຳຫລວດລົດໄຟ ແລະ ເຈົ້າໜ້າທີ່ກວດກາການແລ່ນລົດໄຟ ຈະໄດ້ຕິດຕາມຫາບຸກຄົນ ຫລື ກຸ່ມຄົນທີ່ຊື້-ຂາຍປີ້ບໍ່ຖືກ ຕ້ອງຕາມຕາມລະບຽບ ທີ່ໄດ້ວາງອອກ, ຖ້າພົບເຫັນຈະໄດ້ປະຕິບັດມາດຕະການຕາມ ລະບຽບກົດໝາຍຄື: ສຶກສາອົບຮົມ, ປັບໃໝ ແລະ ດຳເນີນຄະດີຕາມຂັ້ນຕອນ.

ພ້ອມທັງ ຮຽກຮ້ອງໃຫ້ປະຊາຊົນບໍ່ເຂົ້າ ຮ່ວມໃນການກະທໍາຜິດ ໂດຍການເອົາບັດປະຈຳຕົວຂອງຕົນເອງ ຫລື ເອກະ ສານປະຈຳຕົນເອງ ໃຫ້ບຸກຄົນ ຫລື ກຸ່ມຄົນ ໄປຊື້ຂາຍປີ້ທີ່ບໍ່ຖືກຕ້ອງ, ພ້ອມທັງຕິດເລກໂທລະສັບສາຍດ່ວນຕາມຈຸດຕ່າງໆ ເມື່ອໃຊ້ບໍລິການບໍ່ໄດ້ຮັບຄວາມເປັນທຳ ຫລື ຖ້າພົບເຫັນບຸກຄົນ ຫລື ກຸ່ມຄົນທີ່ມີພຶດຕິກໍາບໍ່ຖືກຕ້ອງ ຫລື ເຈົ້າ ໜ້າທີ່ພວກເຮົາ ສາມາດໂທແຈ້ງໄດ້ທຸກເວລາ.ຂ່າວ-ພາບ: ທະນູທອງLao National Radio

Related Posts

Leave a Reply

Your email address will not be published. Required fields are marked *