ບໍ່ເຊື່ອຢ່າລົບລູ່! ເຄັດລັບ 5 ວິທີງ່າຍໆ ເອີ້ນຊັບເຂົ້າເຮືອນ ຍິ່ງເຮັດຍິ່ງລວຍຂຶ້ນ.

ເລື່ອງເງິນໆ ຄໍາໆ ເປັນເລື່ອງທີ່ໃຜໆກໍ່ຕ້ອງການຢາກໄດ້ ຢາກມີຫຼາຍໆແນ່ນອນ …ແຕ່ເມື່ອຊ່ອງທາງຫາເງິນບໍ່ຄ່ອງ ຫຼື ບູຮານເພິ່ນວ່າ ດວງບໍ່ຂຶ້ນ,ເຮັດຫັຍງກໍ່ຕິດຂັດ,ຂ້ອງຄາ, ສະນັ້ນເຮົາລອງຫາຕາມຄວາມເປັນຈິງ ແລະ ເອົາຄວາມເຊື່ອໄປເສີມຊ່ວຍເຮັດໃຫ້ການເງິນລາບລື່ນດີຍິ່ງໆຂື້ນໄປ.

1 ເຂົ້າສານ: ຮ່ວງຈຸ້ຍເຮືອນຄົວ ຕາມຄວາມເຊື່ອຈະຕ້ອງໃຫ້ມີເຂົ້າສານເຕັມຖັງ ຢ່າໃຫ້ຂາດ ເພາະເຊື່ອວ່າເຈົ້າຂອງເຮືອນ ແລະ ຄົນພາບໃນເຮືອນຈະມີຢູ່ມີກິນແບບບໍ່ຕິດຂັດ, ມີເງີນໃຊ້ຈ່າຍເກັບທ້ອນເຕັມຖົງເຕັມໄຖ່ແບບເຂົ້າສານໃນກະຖັງ.

2 ໄຂ່ໄກ່: ປຽບຄືກັບທອງຄໍາ ການວາງໄຂ່ໄກ່ 8 ໜ່ວຍ ໃສ່ກະຕ່າເອົາໄວ້ໃນເຮືອນຄົວ ແມ່ນຄືກັບການມີຄໍາໄວ້ໃນເຮືອນ ຈະຊ່ວຍເສີມດວງທາງດ້ານການເງິນ ເຮັດໃຫ້ເຈົ້າຂອງເຮືອນຮັ່ງມີ.

3 ຈານ: ຊ່ວຍເສີມໂຊກ ໂດຍສະເພາະຈານສີຂາວທີ່ເປັນມົນໆ ຈະເປັນຕົວແທນຂອງຮາກຖານທີ່ອຸດົມສົມບູນ ຈະຊ່ວຍໃຫ້ຄົນພາຍໃນເຮືອນນັ້ນມີການເງິນຄຳທີ່ໝັ້ນຄົງ.

4 ເຕົາໄຟ: ເຕົາໄຟກໍ່ເປັນອີກສິ່ງໜຶ່ງ ທີ່ເປັນຕົວແທນຂອງຄວາມໂຊກລາບໃຫ້ຄົນໃນຄອບຄົວ ດັ່ງນັ້ນ ຈຶ່ງຕ້ອງຕັ້ງເຕົາໄຟໄວ້ຕິດກັບກໍາແພງໜາໆ ເພາະຖ້າຕັ້ງໄວ້ກາງເຮືອນຄົວ ຈະເຮັດໃຫ້ຂາດພະລັງ ຂາດໂຊກ ແລະ ການເງິນກໍຈະມີບັນຫາຕິດຂັດຕະຫລອດ.

5 ຕໍາແໜ່ງເຮືອນຄົວ: ທີ່ຕັ້ງຂອງຂອງເຮືອນຄົວເປັນສິ່ງສໍາຄັນ ເພາະບໍ່ຄວນຕັ້ງເຮືອນຄົວຢູ່ໜ້າເຮືອນ ຫຼື ກາງເຮືອນ ເພາະມັນຈະເຮັດໃຫ້ເງິນຄໍາໄຫຼອອກໄດ້ງ່າຍ ໂຊກລາບກໍ່ບໍ່ເຂົ້າຫາອີກ.

ແນວໃດກໍຕາມສິ່ງນີ້ເປັນພຽງຄວາມເຊື່ອສ່ວນບຸກຄົນ ກະລຸນາໃຊ້ວິຈາລະນະຍານໃນການຮັບຂໍ້ມູນ.

#ຖ້າຂໍ້ມູນນີ້ເປັນປະໂຫຍດຊ່ວຍກົດໄລ້,ກົດແຊເພື່ອເປັນມົງຄຸນແກ່ຕົວເອງ ແລະ ຄອບຄົວ.

Related Posts

Leave a Reply

Your email address will not be published. Required fields are marked *