ນາງ ລັດສະໝີ ສີປະເສີດ ນັກກິລາຍົກນໍ້າໜັກຄົນພິການລາວ ສາມາດຄວ້າຫລຽນເງິນໄດ້ເຖິງ 2 ຫຼຽນ ໃນການແຂ່ງຂັນກິລາຄົນພິການອາຊຽນ ຄັ້ງທີ 11 ທີ່ອິນໂດເນເຊຍ ໃນວັນທີ 1 ສິງຫານີ້.

ໂດຍ 2 ຫຼຽນເງິນໄດ້ຈາກລຸ້ນນໍ້າໜັກບໍ່ເກີນ 41 ກິໂລໂດຍ ທ່ານ ອາຈານ ສີທົນ ລາດຊະວົງ ໂຄ້ສຍົກນ້ຳຫນັກນັກກີລາພິການເລົ່າວ່າ: ນາງ ລັດສະຫມີ ສີປະເສີດ ນັກກິລາຍົກນ້ຳຫນັກ ຄົນພິການປະເພດຍິ່ງ ລຸ້ນ 41 ກິໂລ ສາມາດຍາດໄດ້ສອງຫລຽນເງິນ ຫລຽນທີ 1 ໄດ້ຈາກ best Ranking ຍົກໄດ້ 73 ກິໂລ, ສ່ວນເຈົ້າພາບອິນໂດໄດ້ອັນດັບ 1 ຍົກໄດ້ 74ກີໂລສ່ວນຫລຽນທອງແດງເປັນຂອງຟິລິບປິນຍົກ 70 ກິໂລ.

-ອີກ1ຫລຽນເງິນແມ່ນໄດ້ຈາກ Total ranking ຫລື ຄະແນນລວມສູງສຸດໃນການຍົກສາມຄັ້ງ ນັກກິລາລາວຍົກໄດ້ສາມຄັ້ງລວມ 140 ກິໂລເປັນຮອງ ເຈົ້າພາບອິນໂດຍົດໄດ້ 144 ກິໂລ ແລະ ຫລຽນທອງແດງເປັນຂອງຟິລິບຟິນສາມຄັ້ງລວມຍົກໄດ້ 135 ກິໂລ.
