ວິໂກ້ປີ້ນຕົກນໍ້າລີກ ເສຍຊີວິດ 1 ຊອກບໍ່ເຫັນ 1 ຄົນ.
ໃນຕອນແລງຂອງວັນທີ 31 ກໍລະກົດ 2022 ລົດວິໂກ້ ເສຍຫລັກ ຕົກຈົມລົງນໍ້າລີກ ຢູ່ເຂດຄ້ອຍພູອິນຖິນ ( ພູກົກບົກ )

ເມືອງຫີນເຫີບ ແຂວງວຽງຈັນ, ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ຄົນ 1 ຍັງຊອກຫາບໍ່ພົບ ຄາດວ່າຈະຈົມລົງໄປກັບລົດ.
ຂໍ້ມູນເບື້ອງຕົ້ນ: ລົດຄັນດັ່ງກ່າວ ເດີນທາງມາຈາກເມືອງເຟືອງ ພ້ອມຄອບຄົວ ຈະມຸ່ງຫນ້າມານະຄອນຫລວງວຽງຈັນ ມາຮອດຈຸດເກີດເຫດເປັນທາງໂຄ້ງ ແລະ ມີຝົນຕົກ ລົດກະບະວິໂກ້.

ເສຍຫລັກ ຕົກຈົມລົງນໍ້າລີກ, ຜູ້ເຫັນເຫດການ ໄດ້ລົງໄປມຸດຊ່ວຍເມຍ ແລະ ລູກ 1 ຄົນນຳສົ່ງໂຮງຫມໍ ( ທັງສອງປອດໄພ ).

ສ່ວນຜູ້ເປັນຜົວຕິດຢູ່ໃນລົດຮັດເຂັມຄັດ ເຮັດໃຫ້ເສຍຊີວິດ, ສ່ວນລູກສາວອີກ 1 ຄົນ, ຍັງຊອກຫາບໍ່ເຫັນ.
ຢ່າງໃດກໍດີ, ຕໍ່ກັບເຫດການນີ້ ຂໍສະແດງຄວາມເສຍໃຈນຳຄອບຄົວ ແລະ ຍາດຜູ້ເສຍຊີວິດ.
