ອຸບັດຕິເຫດລົດເມບັນທຸກນັກທ່ອງທ່ຽວໄທຕຳລົດບັນທຸກ

ເວລາ 21: 42 ນາທີ ວັນທີ 31 ກໍລະກົດ 2022 ນີ້ ມີລາຍງານຈາກອາສາກູ້ໄພແຂວງສະຫວັນນະເຂດວ່າມີລົດເມບັນທຸກນັກທ່ອງທ່ຽວຂາວໄທ (ລົດທົວໄທ) ທີ່ເດີນທາງຈາກຫວຽດນາມ ມມາຕາມເສັ້ນທາງເລກ9 ມຸ່ງໜ້າສູ່ຕົວເມືອງຂອງແຂວງສະຫວັນນະເຂດ ເກີດອຸບັດເຫດ ຕຳກັບລົດບັນທຸກ ຢູ່ບ້ານຫລຽນໄຊ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ.

ເບື້ອງຕົ້ນມີຜູ້ບາດເຈັບ 24 ຄົນຖືກສົ່ງໂຮງໝໍດົງເຫັນ ແລະ ມີຜູ້ເສຍຊີວິດຄາທີ່ 5 ຄົນ.

ລາຍລະອຽດຈະລາຍງານຕາມຫຼັງ. ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດຄັ້ງນີ້ດ້ວຍ.

ໄລຍະນີ້ເປັນໄລຍະໜ້າຝົນເຮັດໃຫ້ການເດີນທາງພົບຄວາມຫຍຸ້ງຍາກສ່ຽງຕໍ່ການເກີດອຸບັດຕິເຫດໄດ້ງ່າຍ ຂໍໃຫ້ທຸກທ່ານຂັບຂີ່ດ້ວຍຄວາມລະມັດລະວັງ ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ.

ຂໍ້ມູນຈາກ: ເຟສບຸກ K’katiay bouddy
(ມີຄຼິບ):