ຂໍຊົມເຊີຍຢ່າງສຸດໃຈ! ກະຕໍ້ຄູ່ຍິງ ສປປ ລາວ

ຂໍຊົມເຊີຍຢ່າງສຸດໃຈ! ກະຕໍ້ຄູ່ຍິງ ສປປ ລາວ ຊະນະ ອິນໂດເນເຊຍ ຄວ້າແຊ້ມໂລກສະໄໝທີ2 ມາຄອງ.

ການແຂ່ງຂັນກິລາກະຕໍ້ຊິງແຊ້ມໂລກ ຊິງຂັນພະຣາດຊະທານ ຄິງຄັບ ຄັ້ງທີ 35 ທີ່ສູນການຄ້າແຟຊັ່ນໄອສແລນ, ນະຄອນຫລວງບາງກອກ, ປະເທດໄທ ໃນວັນທີ 24-31 ກໍລະກົດ 2022.

ປະເພດຄູ່ຍິງ ຮອບຊິງຊະນະເລີດ ຄູ່ຍິງຈາກລາວເຮົາ ຜົນງານຍັງເດັ່ນຕ່ໍເນື່ອງ ເອົາຊະນະ ອິນໂດເນເຊຍ 2-0 ເຊັດ: 21-18, 21-19 ພິຊິດແຊ້ມໂລກມາຄອງ.

ເປັນຄັ້ງທຳອິດ, ຫລຽນທອງຮ່ວມເປັນຂອງ ມຽນມາ ແລະ ມາເລເຊຍ.

ກະຕໍ້ຄູ່ຍິງລາວເຮົາ ຜົນງານດີມາຕັ້ງແຕ່ຮອບແບ່ງກຸ່ມ ຊະນະລວດ, ຊະນະ ມາເລເຊຍ, ເນປານ, ອີຣານ ແລະ ໄຕ້ຫວັນ, ມາໃນຮອບ 4 ທີມສຸດທ້າຍ.

ກໍເອົາຊະນະ ມຽນມາ 2-0 ເຊັດ: 22-20, 21-13 ແຕ່ລະນັດ ຄວ້າໄຊແບບບໍ່ເສຍເຊັດ ຄວ້າແຊ້ມໂລກມາຄອງຢ່າງສະຫງ່າຜ່າເຜີຍ ເປັນແຊ້ມໂລກສະໄໝທີ 2 ຕໍ່ຈາກປີ 2018.

Related Posts

Leave a Reply

Your email address will not be published. Required fields are marked *