ເຮັດແທ້…ເຈ້ທິບ ກຽມລວບລວມຫຼັກຖານພ້ອມສູ້ຄະດີ ເພາະຂ້ອຍບໍ່ໄດ້ເອົາຂອງໃຜມາ

ຂ່າວດ່ວນ!! ຕຳຫຼວດໄທບຸກຈັບ “ເຈ໊ທິບ” ໄດ້ແລ້ວ ຫລັງລົບໜີຫາຍໄປເປັນເດືອນ.

ຫລັງຈາກທີ່ເຈ໊ທິບໄດ້ໃຊ້ກົນໂກງດ້ວຍການເປີດຮັບເງິນຝາກໃຫ້ດອກເບຍສູງເຖິງ 30% ແລະ ໄດ້ລົບຫນີໄປຍັງປະເທດໄທເປັນເດືອນ ຈົນມາຮອດ ຕອນເຊົ້າຂອງວັນທີ 29 ກໍລະກົດ 2022

ຕຳຫຼວດໄທໄດ້ບຸກເຂົ້າຈັບເຈ໊ທິບໄດ້ແລ້ວ ທີ່ບໍລິເວນ ລັງຊິດ ຄອງ 5 ທີ່ປະເທດໄທ ແລະ ໃນຂະນະນີ້ຢູ່ລະຫວ່າງການກວດສອບຄົ້ນຫາຕາມຈຸດຕ່າງໆຂອງທີ່ພັກເພື່ອຫາຫຼັກຖານເພີ່ມເຕີມ.

ເຈ້ທິບຢືນຢັນ! “ບໍ່ໄດ້ໂກງ, ເງິນນັ້ນບໍ່ມີມູນຈິງ ບໍ່ໄດ້ໜີ ແຕ່ມາຕັ້ງຫຼັກກ່ອນ ອີກຢ່າງແມ່ນເພື່ອຄວາມປອດໄພ ເພາະຖ້າຢູ່ລາວກໍອາດຈະຖືກທຳຮ້າຍຮ່າງກາຍ.

ເຈ້ທິບ ໄດ້ກ່າວກັບສື່ມວນຊົນໄທ ທີ່ມາເຮັດຂ່າວວ່າ: “ເຮົາບໍ່ໄດ້ເອົາຂອງໃຜມາ ໃຜຈະເວົ້າຫຍັງກໍເວົ້າໄດ້ ທຸກຢ່າງມັນອຸປະໂຫຼກຂຶ້ນມາເອງໝົດ ຖ້າເຮົາຜິດແທ້ ເຮົາພ້ອມຈະຮັບຜິດຊອບທຸກຢ່າງ.

ທັງສອງຄົນໄດ້ຄຳຊີເເຈ້ງ ໃຫ້ນັກຂ່າວ ຕ່າງໆນາໆ ແລະ ຜົວເຈ້ທິບໄດ້ໃຫ້ຄຳຊີເເຈ້ງວ່າ ແອັດມິນ 2 ຄົນໂກງເງິນ ແລະ ຝ່າຍບັນຊີບໍ່ຈ່າຍເງິນໃຫ້ລູກຫວຍ

ຈາກເລື່ອງລາວທີ່ກຳລັງເປັນຂ່າວກະເເສຮ້ອນເເຮງນະຕອນນີ້ ກໍລະການເຈ້ທິບ ເງິນຝາກດອກເບ້ຍສູງ 30%

ຜ່ານມາໄດ້ມີຫຼາຍຄົນມາເເຈ້ງຄວາມເສຍຫາຍ 5,000 ກວ່າຄົນ.

ວ່າເຈ້ທິບ ໂກງເງິນລູກຫວຍ ຫຼາຍມື່ນລ້ານກີບ ຫຼາຍຮ້ອຍລ້ານບາດ ແລະ ຫຼາຍລ້ານໂດລາ.

ຈາກຂ່າວທີ່ຮ້ອນແຮງເຮັດໃຫ້ເຈ້ທິບບໍ່ອອກມາຊີ້ເເຈງ ແຖມຍັງລົບໜີໄປຢູ່ໄທ.

ໂດຍທີ່ບໍ່ມີໃຜຮູ້ ວ່າອອກນອກປະເທດຕອນໃດເວລາໃດ ເຈົ້າໜ້າທີ່ລາວ ຄົ້ນຫາ ຊອກຫາ ຂໍ້ມູນ ການອອກນອກປະເທດຢູ່ຫຼາຍອາທິດ.

ຕອນນີ້ ເຈ້ທິບ ກຽມລວບລວມຫຼັກຖານພ້ອມສູ້ຄະດີ ຕິດຕາມຕໍ່ໄປ.

Related Posts

Leave a Reply

Your email address will not be published. Required fields are marked *