ປະເທດກໍາປູເຈຍ ເປີດໂຕ ຮູບປັ້ນທອງແດງ ພະທອງ ແລະ ນາງນາກ ຂະໜາດໃຫຍ່ທີ່ສຸດຂອງປະເທດ.

ປະເທດກໍາປູເຈຍ ເປີດໂຕ ຮູບປັ້ນທອງແດງ ພະທອງ ແລະ ນາງນາກ (Preah Thong Neang Neak) ທີ່ມີຂະໜາດໃຫຍ່ທີ່ສຸດຂອງປະເທດ ໜັກ 60 ໂຕ້ນ ແລະ ສູງ 21 ແມັດ ຢືນຢູ່ເທິງບັນລັງ ຕັ້ງຢູ່ໃນແຂວງ ສີຫານຸ ຫັນໜ້າສູ່ທະເລ ທາງຕາເວັນຕົກສຽງໄຕ້ຂອງປະເທດ ເປີດໂຕນໍາໃຊ້ ລະຫວ່າງບຸນປີໃຫມ່ ຂອງກໍາປູເຈຍ 2022

ຮູບປັ້ນທອງແດງດັ່ງກ່າວ ເປັນສັນຍາລັກ ບອກເລົ່າເຫດການ ໃນເວລາທີ ພະທອງ ແລະ ນາງນາກ ກໍາລັງຈະເດີນທາງ ໄປພົບພໍ່ແມ່ ຢູ່ວັງພະຍານາກ ໃຕ້ທອງທະເລ ເປັນສັນຍາລັກ ການກໍາເນີດຂອງແຜນດິນ ວັດທະນາທໍາ ອາຣິຍະທໍາ ຂະໜົບທໍານຽມ ແລະ ປະເພນີ ອັນດີງາມຂອງ ປະຊາຊົນ ກໍາປູເຈຍ.

ຮູບປັ້ນນີ້ ອອກແບບໂດຍສະຖາປະນິກ ກໍາປູເຈຍ ແລະ ຫຼໍ່ຂຶ້ນ ຢູ່ໂຮງງານທອງແດງ ໃນ ສປ ຈີນ.

Related Posts

Leave a Reply

Your email address will not be published. Required fields are marked *