B.s. tour ແຈ້ງຢຸດການຂາຍປີ້ລົດໄຟລາວ ຍ້ອນລະບົບຂາຍປີ້ຫຍຸ້ງຍາກໂພດ!

B.s. tour ແຈ້ງຢຸດການຂາຍປີ້ລົດໄຟລາວ ຍ້ອນລະບົບຂາຍປີ້ຫຍຸ້ງຍາກໂພດ!

B.s.tour บริการจัดทัวร์ ເປັນບໍລິສັດຂອງປະເທດໄທທີ່ ບໍລິການຈັດທົວແບບສ່ວນໂຕ ແລະ ແບບຈອຍທົວທັງພາຍໃນ ແລະ ຕ່າງປະເທດ.

ຫຼ້າສຸດບໍລິສັດດັ່ງກ່າວແມ່ນໄດ້ອອກມາແຈ້ງ ຢຸດການຂາຍປີ້ລົດໄຟລາວ ເນື່ອງຈາກພົບບັນຫາຄວາມຫຍູ້ງຍາກຕໍ່ລະບົບການຂາຍປີ້ຂອງບໍລິສັດລົດໄຟລາວ-ຈີນ

ບໍ່ຢາກໃຫ້ບໍລິສັດທີ່ເປີດມາຫຼາຍກວ່າ 20 ປີ ມາເສຍຊື່ຍ້ອນປີ້ລົດໄຟລາວ!

ຂໍ້ຄວາມທີ່ກ່າວໄວ້ໃນເພຈ B.s.tour บริการจัดทัวร์ ” ເພາະເປັນສິນຄ້າທີ່ຄວບຄຸມບໍ່ໄດ້ຈາກປະເທດໄທ ບໍ​ລິ​ສັດ​ໄດ້​ເປີດ​ມາ​ເປັນ​ເວ​ລາ 20 ກວ່າ​ປີ ຈຶ່ງບໍ່​ຢາກ​ສູນ​ເສຍ​ຊື່​ສຽງ​ຍ້ອນ​ປີ້​ລົດ​ໄຟ.

ມີເຫດການຕ່າງໆເກີດຂຶ້ນທຸກໆມື້ ໂດຍທີ່ບໍລິສັດບໍ່ຮູ້ລ່ວງຫນ້າ ເຊິ່ງນໍາໄປສູ່ຄວາມຜິດພາດເລື້ອຍໆໃນການບໍລິການລູກຄ້າ ເນື່ອງຈາກລະບົບການຂາຍ ແລະ ການຈັດການບໍລິຫານຂອງສະຖານີລົດໄຟລາວ-ຈີນ ບໍ່ຊັດເຈນ,

ບໍ່ເອື້ອອໍານວຍຕໍ່ນັກທ່ອງທ່ຽວ ແລະ ຜູ້ດຳເນີນການ ເພື່ອບໍ່ໃຫ້ເອົາປຽບນັກທ່ອງທ່ຽວ ເພາະການຈອງແມ່ນແພງຫຼາຍ..

ພວກເຮົາບໍ່ຕ້ອງການໃຫ້ນັກທ່ອງທ່ຽວໃຊ້ຈ່າຍເກີນຄວາມຈຳເປັນ ດັ່ງນັ້ນຈຶ່ງຮ້ອງຂໍ “ຢຸດຂາຍປີ້ລົດໄຟລາວ” ຕັ້ງແຕ່ມື້ນີ້ເປັນຕົ້ນໄປ”

ຂໍ້ມູນ: B.s.tour บริการจัดทัวร์#TargetMagazine

Related Posts

Leave a Reply

Your email address will not be published. Required fields are marked *