ເຈ້ທິບຢືນຢັນ ບໍ່ໄດ້ໂກງ ເງິນນັ້ນບໍ່ມີມູນຈິງ ບໍ່ໄດ້ໜີ ແຕ່ມາຕັ້ງຫຼັກກ່ອນ

ເຈ້ທິບຢືນຢັນ! “ບໍ່ໄດ້ໂກງ, ເງິນນັ້ນບໍ່ມີມູນຈິງ ບໍ່ໄດ້ໜີ ແຕ່ມາຕັ້ງຫຼັກກ່ອນ ອີກຢ່າງແມ່ນເພື່ອຄວາມປອດໄພ ເພາະຖ້າຢູ່ລາວກໍອາດຈະຖືກທຳຮ້າຍຮ່າງກາຍ ສຳລັບກໍລະນີຫອບເງິນໜີ ແມ່ນຖືກໃສ່ຄວາມເຊິ່ງເງິນຈຳນວນດັ່ງກ່າວບໍ່ມີມູນຄວາມຈິງ ເງິນຫຼາຍຂະໜາດນັ້ນແບກມາບໍ່ໄດ້ຢູ່ແລ້ວ ສັງຄົມໄດ້ໃສ່ຂ່າວໄປເອງ” ຂໍ້ຄວາມທີ່ເຈ້ທິບໃຫ້ສຳພາດກັບສື່ໄທ!

ຂ່າວດ່ວນ….! ເຈ້ທິບຖືກຈັບໄດ້ແລ້ວ  ວັນທີ່ 29/7/22 ຕອນນີ້ຕຳຫຼວດໄທບຸກເຂົ້າຈັບເຈ້ທິບໄດ້ແລ້ວ ທີ່ບໍລິເວນ ລັງຊິດ ຄອງ5 ທີ່ປະເທດໄທ.

ສຳລັບລາຍລະອຽດຕ່າງໆ, ລໍຖ້າທາງການຖະແຫຼງ ແລ້ວພວກເຮົາຈະລາຍງານໄວໆນີ້.

ຕອນເຊົ້າວັນທີ 29 ກໍລະກົດ 2022 ຕຳຫຼວດໄທບຸກເຂົ້າຈັບກຸມຕົວ ເຈ້ທິບ ແມ່ຫວຍທີ່ກຳລັງເປັນປະເດັນ ເມື່ອ 1-2 ອາທິດທີ່ຜ່ານມາໄດ້ແລ້ວ ທີ່ໂຮງແຮມ ບໍລິເວນ ຣັງຊິດ ຄອງ5 ປະເທດໄທ.

ເຈ້ທິບ ໄດ້ກ່າວກັບສື່ມວນຊົນໄທ ທີ່ມາເຮັດຂ່າວວ່າ: “ເຮົາບໍ່ໄດ້ເອົາຂອງໃຜມາ ໃຜຈະເວົ້າຫຍັງກໍເວົ້າໄດ້ ທຸກຢ່າງມັນອຸປະໂຫຼກຂຶ້ນມາເອງໝົດ ຖ້າເຮົາຜິດແທ້ ເຮົາພ້ອມຈະຮັບຜິດຊອບທຸກຢ່າງ.

Related Posts

Leave a Reply

Your email address will not be published. Required fields are marked *