ເລີ່ມໜັກຂຶ້ນແລ້ວ! ໂຄວິດເລີ່ມລະບາດ ໃນນະຄອນຫຼວງວຽງຈັນ +70 ຄົນ.
ສູນຂ່າວສານການແພດສຸຂະສຶກສາ ໄດ້ໃຫ້ຮູ້ວ່າ: ໃນການລາຍງານສະພາບການໂຄວິດ-19 ປະຈຳວັນທີ 27 ກໍລະກົດ 2022 ມີຜຸ້ຕິດເຊື້ອໃຫມ່ສູງເຖິງ +86 ຄົນ.

ເຊິ່ງໃນນັ້ນແຂວງທີ່ຫຼາຍກ່ອນໝູ່ແມ່ນ.
ນະຄອນຫຼວງວຽງຈັນ +70 ຄົນ,
ຮອງລົງມາແມ່ນ ແຂວງ ຄຳມ່ວນ +6 ຄົນ,
ແຂວງ ບໍລິຄຳໄຊ +2 ຄົນ.
ແຂວງ ວຽງຈັນ +2 ຄົນ.
ແຂວງ ຈໍາປາສັກ +3 ຄົນ.
ແຂວງ ສະຫວັນນະເຂດ +3 ຄົນ ເຊິ່ງເປັນຜູ້ຕິດເຊື້ອພາຍໃນທັງໝົດ.
ຄະນະສະເພາະກິດ ຍັງໄດ້ໃຫ້ຮູ້ອີກວ່າ ພູມຄຸ້ມກັນຈາກວັກຊີນກັນພະຍາດໂຄວິດ-19 ຈະຫຼຸດລົງໄວ ໃນກຸ່ມຜູ້ສູງອາຍຸ ຫຼື ຜູ້ທີ່ມີພະຍາດປະຈຳໂຕ ຫຼື ຜູ້ທີ່ຢູ່ບ່ອນທີ່ມີຄວາມສ່ຽງສູງ ເພື່ອປ້ອງກັນຕົນເອງ,

ດັ່ງນັ້ນ ຄວນໄປສັກວັກຊີນ ແລະ ສືບຕໍ່ປະຕິບັດມາດຕະການປ້ອງກັນຕົນເອງຈາກພະຍາດໂຄວິດ-19.