ການແຂ່ງຂັນບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 16 ປີຫຼື U16 ຊີງແຊ້ມອາຊຽນ ປະຈໍາປີ 2022 ໂດຍມີ 12 ປະເທດເຂົ້າຮ່ວມ, ແບ່ງອອກ ເປັນ3 ກຸ່ມ ຄັດເອົາອັນດັບ 1 ຂອງແຕ່ລະກຸ່ມຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ອັນດັບ 2 ທີ່ມີຄະແນນດີ 1 ທີມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ.

ທີມຊາດລາວແມ່ນຢູ່ກຸ່ມ B ປະກອບມີ: ລາວ,ບຣູໄນ,ໄທແລະຕີມໍ ເລສເຕ ແຂ່ງຂັນໃນລະຫວ່າງວັນທີ 31 ກໍລະກົດ ຫາ 12 ສິງຫາ 2022 ເຊິ່ງ ປະເທດ ໄດ້ຮັບກຽດເປັນເຈົ້າພາບ.

ສຳລັບຄູຝຶກ ທີມຊາດລາວ U16 ແມ່ນ ທ່ານ ກັນລະຍາ ສີສົມຫວັງ ໂດຍມີຜູ້ຊ່ວຍຄູຝຶກ ທ່ານ ພຸດປະສົງ ແສງດາລາວົງ, ທ່ານ ສອນວິໄລ ສີຫາວົງ ແລະ ຄູຝຶກຜູ້ຮັກສາປະຕູ ທ່ານ ແສງເພັດ ວົງໄຊຍະລາດ, ທີມຊາດລາວ U16ໄດ້ເກັບຕົວຝຶກຊ້ອມນັບຕັ້ງແຕ່ ວັນທີ 06 ມິຖຸນາ 2022 ເປັນຕົ້ນມາ ໂດຍມີນັກກິລາທັງຫມົດ 35 ຄົນຮ່ວມຄັດເລືອກ ແລະ ສາມາດຄັດເລືອກໄດ້ 27 ນັກກິລາ ເຂົ້າຮ່ວມ ການແຂ່ງຂັນ ມີລາຍຊື່ດັ່ງລຸ່ມນີ້:

+ ຜູ້ຮັກສາປະຕູ.
1. ກົບ ໂລກພະທິບ ຈາກ ສະໂມສອນ ກິລາບານເຕະເອສະຣາ 2. ສຸລິສັກ ໝັ້ນປະເສີດ ຈາກ ແຂວງຈຳປາສັກ 3. ສຸກສະໝອນ ເວທີຕະ ຈາກ ອາຄາເດມີ້ ມຊ 4. ຈັນທະວີສຸກ ໝູວໍລະວົງ ຈາກ ແຂວງສະຫວັນນະເຂດ.

+ ກອງຫຼັງ.
5. ພອນຜາສຸກ ມະໄລເມືອງ ຈາກ ແຂວງຈຳປາສັກ 6. ດູລະໄນ ແກ້ວມະນີວົງ ຈາກ ນະຄອນຫຼວງວຽງຈັນ 7. ຂຸນວັງ ສູນດາລາ ຈາກ ສະໂມສອນ ກິລາບານເຕະ ໄອສະປອດ 8. ໃຈເພັດ ພອນບຸນມີ ຈາກ ສະໂມສອນ ກິລາບານເຕະ ເອສະຣາ 9. ໄຊຍະສຸກ ແກ້ວວິສອນ ຈາກ ສະໂມສອນກິລາບານເຕະ ເອສະຣາ 10. ຈັນທະວີສຸກ ພົງສະຫວັດ ຈາກ ແຂວງ ຈຳປາສັກ 11. ຄໍາໝັ້ນ ທາປະເສີດ ຈາກ ແຂວງ ສະຫວັນນະເຂດ.

+ ກອງກາງ.
12. ບິນລີ້ ໂດນສະໜູພິດ ຈາກ ສະໂມສອນກິລາບານເຕະ ເອສະຣາ 13. ໄຊຊະນະ ສີຫາລາດ ຈາກ ສະໂມສອນກິລາບານເຕະ ເອສະຣາ 14. ອາລິຍະກອນ ຟອງສະຫວັນ ຈາກ ນະຄອນຫຼວງ (ມສ ຫຽວນຍູ) 15. ພູສົມບູນ ປັນຍາວົງ ຈາກ ນະຄອນຫຼວງ (ມສ ຫຽວນຍູ) 16. ສີສະຫວາດ ແກ້ວມຸງຄຸນ ຈາກ ນະຄອນຫຼວງ (ມສ ຫຽວນຍູ) 17. ສົງການ ລິຍະສັກ ຈາກ ແຂວງ ອຸດົມໄຊ 18. ສີທອນ ໄຊຍະລາງ ຈາກ ແຂວງ ອຸດົມໄຊ 19. ຄູນທະວີ ທອງມະນີ ຈາກ ນະຄອນຫຼວງ (ມສ ຫຽວນຍູ) 20. ສຸລີນທຳ ທຳມະສອນ ຈາກ ແຂວງ ຫຼວງນ້ຳທາ 21. ຄຳສິງ ນາລິນທອນ ຈາກ ອາຄາເດມີ້ ມຊ 22. ສາຍຝົນ ແກ້ວຫານາມ ຈາກ ສະໂມສອນ ກິລາບານເຕະ ນົນທະບູລີ ( ໄທ )

+ກອງຫນ້າ.
23. ທະນູສັກ ນັນທະວົງດວງສີ ຈາກ ສະໂມສອນກິລາບານເຕະ ເອສະຣາ 24. ນາຄົມ ສຸລິຍະວົງ ຈາກ ນະຄອນຫຼວງ (ມສ ຫຽວນຍູ) 25. ໄຊມັງກອນ ປ່ຽມມະໄລ ຈາກ ແຂວງ ສາລະວັນ 26. ເພັດສະໝອນ ສີຫາເທບ ຈາກ ອາຄາເດມີ້ ມຊ 27. ເກດສະດາ ເດດກຸມມານ ຈາກ ສະໂມສອນ ກິລາບານເຕະ ກອງທັບ.

ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ.
+ ວັນທີ 01/08/2022 ເວລາ 15:00ທີມຊາດລາວພົບກັບທີມຊາດຕີມໍ ເລສເຕ.
+ ວັນທີ 04/08/2022 ເວລາ 19:00 ທີມຊາດລາວ ພົບ ທີມຊາດໄທ.
+ ວັນທີ 07/08/2022 ເວລາ 15:00 ທີມຊາດລາວ ພົບ ທີມຊາດບຣູໄນ.

ທຸກໆນັດແມ່ນຈະແຂ່ງຂັນຢູ່ທີ່ສະຫນາມ SULTAN ANGUNG BANTUNG.
ທີ່ມາ: ສະຫະພັນບານເຕະແຫ່ງຊາດລາວ