?ນັກທ່ອງທ່ຽວໄທ ເດີນທາງມາທ່ຽວ ລາວ ເພີ່ມຂື້ນ 450-500 ຄົນຕໍ່ມື້.
ບັນຍາກາດການທ່ອງທ່ຽວລາວເລີ່ມຄຶກຄື້ນຫຼາຍຂຶ້ນ ເນື່ອງຈາກປັດຈຸບັນນັກທ່ອງທ່ຽວຈາກປະເທດໄທ ໄດ້ເດີນທາງເຂົ້າມາທ່ຽວ ສປປ ລາວ ຫຼາຍຂຶ້ນ ໂດຍສະເພາະໃນໄລຍະເຂົ້າພັນສາ.
ເຊິ່ງເໝາະສົມກັບການທ່ອງທ່ຽວດ້ານຜູ້ປະກອບການ ບໍລິການຂົນສົ່ງລົດຕູ້ໂດຍສານໄດ້ເວົ້າໃຫ້ຟັງວ່າ: ນັກທ່ອງທ່ຽວໄທ ເຂົ້າມາທ່ຽວລາວເພີ່ມຂຶ້ນເປັນ 40-50%. ຖືວ່າເປັນທ່າອ່ຽງດີ.

ທ່ານນາງ ອຳພອນ ນັກທ່ອງທ່ຽວໄທ ທີ່ມາຈາກຈັງຫວັດ ຂອນແກ່ນ ໄດ້ໃຫ້ຮູ້ວ່າ: ມື້ນີ້ໄດ້ມີໂອກາດພາໝູ່ເພື່ອນ ພ້ອມດ້ວຍຍາດພີ່ນ້ອງທີ່ເດີນທາງມາຈາກຊິດນີ ປະເທດອົສຕຣາລີເພື່ອມາທ່ຽວ ສປປ ລາວ ເພາະພວກເພິ່ນຢາກມາທ່ຽວລາວ.
ຊຶ່ງມີເປົ້າໝາຍຈະໄປທ່ຽວປະຕູໄຊ, ພະທາດຫຼວງວຽງຈັນ ແລະ ອື່ນໆ, ຈາກນັ້ນ ກໍຈະເດີນທາງດ້ວຍລົດໄຟໄປທ່ຽວແຂວງ ຫຼວງພະບາງ ອຸດົມໄຊ ຊຶ່ງພວກຂ້າພະເຈົ້າເດີນທາງມາດ້ວຍຕົນເອງເອົາລົດມາຈອດໄວ້ທີ່ດ່ານຝັ່ງໄທ ແລ້ວຕໍ່ລົດໂດຍສານເຂົ້າມາລາວ ຊຶ່ງມີໝູ່ຈອງລົດຕູ້ ແລະ ຈອງປີ້ລົດໄຟໄວ້ໃຫ້ ການເດີນທາງທຸກຢ່າງເຫັນວ່າມີຄວາມສະດວກສະບາຍ, ດັ່ງນັ້ນ ຈຶ່ງຂໍເຊີນຊວນຄົນໄທມາທ່ຽວລາວໃຫ້ຫຼາຍໆ ເພາະມີພາສາປາກເວົ້າ ແລະ ວັດທະນະທຳ ທີ່ຄ້າຍຄືກັນ.

ທ່ານນາງ ມົນ ນັກທ່ອງທ່ຽວທີ່ເດີນທາງມາຈາກ ກຸງເທບມະຫານະຄອນ ປະເທດໄທ ໄດ້ໃຫ້ຮູ້ວ່າ: ໄລຍະນີ້ເປັນວັນພັກຍາວທີ່ໄທ ແລະ ເຫັນວ່າ ສປປ ລາວ ເປີດການທ່ອງທ່ຽວໃໝ່ຫຼາຍດ້ານ ແລະ ມີການເປີດນຳໃຊ້ລົດໄຟໃໝ່ ກໍເລີຍມາທ່ຽວ ມານັ່ງລົດໄຟສາຍໃໝ່ເບິ່ງວ່າເປັນແນວໃດ, ສຳລັບລາຍການ ຫຼື ໂປຣແກຣມ ການທ່ຽວ ແມ່ນພາຍໃນນະຄອນຫຼວງວຽງຈັນ, ເມືອງເຟືອງ ແລະ ແຂວງ ຫຼວງພະບາງ.
ການເດີນທາງມາແຕ່ກຸງເທບ ມີຄວາມສະດວກກສະບາຍເຂົ້າມາດ່ານທັງລາວ-ໄທ ເຈົ້າໜ້າທີ່ກໍອຳນວຍຄວາມສະດວກດີທຸກຢ່າງບໍ່ມີຫຍັງຫຍຸ້ງຍາກສຳລັບ ພີ່ນ້ອງຄົນໄທທີ່ຢາກຈະມາທ່ຽວລາວໃນວັນພັກຕ່າງໆກໍມາໄດ້ເພາະໄລຍະນີ້ໂຄວິດ-19 ໄດ້ຜ່ອນຄາຍລົງແລ້ວ.

ທ່ານ ຈັນສອນ ແກ້ວມະນີວົງ ຜູ້ແລ່ນລົດຕູ້ປະຈຳດ່ານຂົວ ມິດຕະພາບລາວ-ໄທ ແຫ່ງທີ 1 ກ່າວວ່າ: ຍອມຮັບວ່າໄລຍະນີ້ນັກທ່ອງທ່ຽວຄົນໄທເຂົ້າມາຫຼາຍ ອາດຈະເປັນຍ້ອນໄລຍະວັນພັກຍາວຂອງເຂົາເຈົ້າ ຈຶ່ງເຮັດໃຫ້ເຂົາເຈົ້າເດີນທາງມາທ່ຽວລາວ ຫຼາຍຂຶ້ນ.
ສ່ວນຫຼາຍທີ່ເພີ່ນມາທ່ຽວ ນອກຈາກນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ແລ້ວ ກໍຈະພາກັນຂີ່ລົດໄຟຂຶ້ນໄປທ່ຽວຫຼວງພະບາງ ສະເລ່ຍນັກທ່ອງທ່ຽວເດີນທາງຂີ່ລົດໄຟຂຶ້ນໄປພາກເໜືອຂອງລາວມື້ລະ 400-500 ຄົນ.
ພາບ-ຂ່າວ: ຮສສ