ເລີ່ມໜັກຂຶ້ນແລ້ວ! ໂຄວິດ ເລີ່ມລະບາດ ໃນ ນະຄອນຫຼວງ ວຽງຈັນ

ເລີ່ມໜັກຂຶ້ນແລ້ວ! ໂຄວິດ ເລີ່ມລະບາດ ໃນ ນະຄອນຫຼວງ ວຽງຈັນ.

#COVID19 | ສູນຂ່າວສານການແພດສຸຂະສຶກສາ ໄດ້ໃຫ້ຮູ້ວ່າ: ໃນການລາຍງານສະພາບການ ໂຄວິດ-19 ປະຈຳວັນທີ 26 ກໍລະກົດ 2022 ມີຜູ້ຕິດເຊື້ອໃໝ່ 62 ຄົນ.

ເຊິ່ງ ໃນນັ້ນ, ແຂວງທີ່ຫຼາຍກວ່າໝູ່ແມ່ນ ນະຄອນຫຼວງ ວຽງຈັນ 53 ຄົນ, ຮອງລົງມາແມ່ນ ແຂວງ ຄຳມ່ວນ 4 ຄົນ, ແຂວງ ບໍລິຄຳໄຊ 3 ຄົນ ແລະ ແຂວງ ສະຫວັນນະເຂດ 2 ຄົນ ເຊິ່ງເປັນຜູ້ຕິດເຊື້ອພາຍໃນທັງໝົດ.

ຄະນະສະເພາະກິດ ຍັງໄດ້ໃຫ້ຮູ້ອີກວ່າ ພູມຄຸ້ມກັນຈາກວັກຊີນກັນພະຍາດ ໂຄວິດ-19 ຈະຫຼຸດລົງໄວ ໃນກຸ່ມຜູ້ສູງອາຍຸ ຫຼື ຜູ້ທີ່ມີພະຍາດປະຈຳໂຕ ຫຼື ຜູ້ທີ່ຢູ່ບ່ອນທີ່ມີຄວາມສ່ຽງສູງ ເພື່ອປ້ອງກັນຕົນເອງ,

ດັ່ງນັ້ນ ຄວນໄປສັກວັກຊີນ ແລະ ສືບຕໍ່ປະຕິບັດມາດຕະການປ້ອງກັນຕົນເອງຈາກພະຍາດ ໂຄວິດ-19.

Related Posts

Leave a Reply

Your email address will not be published. Required fields are marked *