ຢູ່ ສປປ ລາວ ນອກຈາກ ພະຍາດ ໂຄວິດ-19 ທີ່ຍັງມີການແຜ່ລະບາດຢູ່ໃນປັດຈຸບັນນີ້ ແຕ່ຍັງມີອີກໜຶ່ງພະຍາດທີ່ກຳລັງມີການແຜ່ລະບາດ ແລະ ຂ້າຊີວິດຄົນໃນແຕ່ລະປີ ນັ້ນກໍຄື: “ ພະຍາດໄຂ້ຍຸງ.

ອີງຕາມຈາກການລາຍງານຂໍ້ມູນຂອງສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວ່າ: ວັນທີ 25 ກໍລະກົດ 2022 ມີຜູ້ເສຍຊີວິດໃໝ່ 1 ຄົນ ທີ່ແຂວງອັດຕະປື, ຕິດເຊືື້ອສະສົມເພີ່ມ 11,900 ກໍລະນີ ໃນທົ່ວປະເທດ, ຕິດເຊື້ອເພີ່ມຂຶ້ນ 195 ຄົນ ແລະ ໄດ້ມີຜູ້ເສຍຊີວິດສະສົມ 14 ຄົນ. ຕົວເລກຜູ້ເສຍຊີວິດໃນທົ່ວປະເທດຄື:

– ນະຄອນຫຼວງ ວຽງຈັນ 5 ຄົນ,– ແຂວງ ອັດຕະປື 4 ຄົນ,– ແຂວງ ສາລະວັນ 3 ຄົນ,– ແຂວງ ອຸດົນໄຊ 1 ຄົນ– ແຂວງ ຊຽງຂວາງ 1 ຄົນ.

ພະຍາດໄຂ້ຍຸງລາຍ ເປັນອີກພະຍາດຫນຶ່ງ ຕ້ອງໄດ້ເອົາໃຈໃສ່ ເຝົ້າລະວັງຢ່າງເຂັ້ມງວດ, ເພາະຍັງມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ແລະ ແຜ່ລະບາດຢ່າງກວ້າງຂວາງໃນທົ່ວປະເທດ, ຊຶ່ງປັດຈຸບັນ ກວດພົບຜູ້ຕິດເຊື້ອແລ້ວ11,900 ກໍລະນີ, ຫຼາຍກວ່າຫມູ່ ແມ່ນຢູ່ນະຄອນຫຼວງວຽງຈັນ 6.161 ກໍລະນີ , ຖັດລົງມາແມ່ນ ແຂວງ ຫຼວງນຳ້ທາ 1,109 ກໍລະນີ ຄົນ, ສາລະວັນ 938 ກໍລະນີ, ເຊກອງ 846 ກໍລະນີ ແລະ ແຂວງ ອື່ນໆ.
