ອີຕົນເດ່..!! ຖືກໂຈນດຶງກະເປົ໋າແລ້ວລົດເສຍຫຼັກລົ້ມຫົວຟາດພື້ນເສຍຊີວິດ

ໂຈນດຶງກະເປົ໋າ ລົ້ມຫົວຟາດພື້ນເສຍຊີວິດ.

ໃນວັນທີ 24/7/2022 ເວລາ 4:00 ໂມງ ເກີດເຫດໂຈນດຶງກະເປົ໋າ ເຮັດໃຫ້ລົດຈັກຜູ້ຖືກດຶງກະເປົ໋າລົ້ມ ຫົວຟາດພື້ນເສຍຊີວິດ. ຜູ້ເຄາະຮ້ຍ ຊື່ນາງ ວອນວິໄລ ອາຍຸ 25 ປີ ບ້ານດອນສ້າງໄຜ່ ພ້ອມຫມູ່ 1 ຄົນ ໄດ້ຂີ່ລົດຈັກໄປຕະຫລາດເພື່ອໄປຊື້ເຄື່ອງມາຂາຍຢູ່ເສັ້ນທາງ 450 ປີ,

ພໍໄປຮອດ ລະຫວ່າງບ້ານໂຄກສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ມີຄົນຮ້າຍ 2 ຄົນ ເພດຊາຍຂີ່ລົດ ເວບ100 ໄດ້ມາດຶງກະເປົາຂອງນາງ ວອນວິໄລ ເຮັດໃຫ້ລົດເສຍຫລັກລົ້ມຫົວກະທົບຫົວກະທົບພື້ນຮຸນແຮງ ເສຍຊີວິດຄາທີ່ ສ່ວນຫມູອີກ 1 ຄົນບາດເຈັບສົມຄວນ. ສຳລັບຄົນຮ້າຍແມ່ນໄດ້ເງິນໄປຈຳນວນ 3 ລ້ານ ໜີໄປໄດ້, ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ ແລະ ຂໍໃຫ້ຈັບຄົນຮ້າຍໄດ້ໄວໆ.

ແຫຼ່ງຂໍ້ມູນ: NEWSTIME.

Related Posts

Leave a Reply

Your email address will not be published. Required fields are marked *