ວັດສີນໄຊຍາຣາມ ຂຶ້ນຊື່ວ່າເປັນດິນແດນແຫ່ງອາຣິຍະທຳແຫ່ງຫນຶ່ງໃນລາວ

ວັດສີນໄຊຍາຣາມ ຂຶ້ນຊື່ວ່າເປັນດິນແດນແຫ່ງອາຣິຍະທຳແຫ່ງຫນຶ່ງໃນລາວ

ເຊິ່ງເປັນອີກວັດຫນຶ່ງທີ່ສັກສິດ ແລະງົດງາມຫລາຍ ໃຜໄດ້ໄປເມືອງເຟືອງ ບໍ່ຄວນພາດເດີ້.

?? Meuangfeuang, Vientiane Provinceວັດນີ້ຕັ້ງຢູ່ ບ້ານໂນນຫີນແຮ່ ເມືອງເຟືອງ ແຂວງວຽງຈັນ ເວລາຂີ່ລົດຮອດເມືອງເຟືອງແລ້ວ ກໍໃຫ້ລ້ຽວຊ້າຍໄປທາງປ້ຳນ້ຳມັນພລັສ ຂີ່ເຂົ້າໄປປະມານ 30-40 ນາທີ.

ກາຍອ່າງນ້ຳຕົງເຂົ້າໄປກໍຈະຮອດວັດສິນໄຊຜູ້ຍິງຕ້ອງນຸ່ງສິ້ນເຂົ້າເທົ່ານັ້ນ (ກະໂປ່ງຍາວ ຫລືໂສ້ງຂາຍາວກໍໃສ່ເຂົ້າບໍ່ໄດ້) ຖ້າວ່າລືມເອົາສິ້ນໄປກໍບໍ່ເປັນຫຍັງ ເພິ່ນມີຈຸດປ່ຽນສິ້ນໃຫ້ຢືມໃສ່ ຫລື ເຊົ່າໃສ່ຕາມສັດທາ.

ເຂົ້າໄປພາຍໃນວັດ ແມ່ນໃຫ້ແວະບູຊາເອົາທູບກ່ອນ ຢູ່ທາງກ້ຳຂວາມື ເພິ່ນຈະມີຄົນແນະນຳໃຫ້ວ່າຈະບູຊາແນວໃດ ຫລືເຂົ້າໄປບູຊາຈຸດໃດແດ່.

ມື້ນີ້ພວກເຮົາໄດ້ມີໂອກາດໄປໄຫວ້ຢູ່ 6 ຈຸດສຳຄັນພາຍໃນວັດ ແຕ່ລະຈຸດຈະເປັນແນວໃດ ເພິ່ນມີວິທີການໄຫວ້ແນວໃດແດ່ ເຮົາໄປເບິ່ງນຳກັນເລີຍ.

(ສາມາດອ່ານວິທີກຣາບໄວ້ໄດ້ຢູ່ກ້ອງຮູບເດີ້)

ຫມາຍເຫດ: ແນະນຳວິທີກາບໄຫວ້ຂໍພອນທີ່ຖືກຕ້ອງ.

– ກາບລົງ 3 ເທື່ອ ຕັ້ງນັບໂມ 3 ຮອບ ແລ້ວກາບລົງອີກ 1 ເທື່ອ.

– ບອກຊື່ສຽງຮຽງນາມຂອງຕົວເອງ ເຊັ່ນ: ຊື່…. ບ້ານຢູ່ປັດຈຸບັນ….ເມືອງ….ແຂວງ…. (ຖ້າບໍ່ບອກເພິ່ນຈະບໍ່ຮູ້ເລີຍ ວ່າເຮົາແມ່ນໃຜມາແຕ່ໃສ )

– ຈູດທູບໄດ້ແລ້ວເວລາໄຟຕິດ ຫ້າມເດັດຂາດຢ່າເອົາປາກເປົ່າ ໃຫ້ໃຊ້ມື ຫລືອັນອື່ນພັດມອດແທນ (ເພາະວ່າປາກຂອງເຮົາກິນ.

– ດື່ມຫລາຍຢ່າງລົງໄປ )

– ທີ່ສຳຄັນຜູ້ຍິງຕ້ອງນຸ່ງສິ້ນເຂົ້າເທົ່ານັ້ນເດີ້

ໂລເຄຊັ່ນ ວັດສິນໄຊຍະຣາມ ເມືອງເຟືອງ020 58 975 979https://maps.app.goo.gl/LySMqeuJzta4stgDA

Related Posts

Leave a Reply

Your email address will not be published. Required fields are marked *