ຜູ້ຂາຍຢາເສບຕິດໃຫຍ່ທີ່ສຸດໃນອາຊີຕາເວັນອອກຖືກຈັບຢູ່ນະຄອນ ໂຮ່ຈິມິງ ສສ ຫວຽດນາມ.
ເຈົ້າໜ້າທີ່ຕໍາຫຼວດ ສ. ເກົາຫລີ ລາຍງານໃນວັນທີ 19 ກໍລະກົດນີ້ວ່າ: ໜຶ່ງໃນກຸ່ມຂາຍຢາເສບຕິດໃຫຍ່ ທີ່ສຸດໃນອາຊີຕາເວັນອອກສຽງໃຕ້ຊື່ ກິມ ອາຍຸ 47 ປີ, ສັນຊາດ ສ. ເກົາຫລີ ຊຶ່ງເປັນເປົ້າໝາຍໄລ່ລ່າຂອງຕຳຫລວດສາກົນ(Interpol) ຖືກຈັບຢູ່ນະຄອນໂຮ່ຈິມິງຫວຽດນາມ ແລະ ຖືກສົ່ງກັບຄືນປະເທດໃນເວລາ 11:31 ໂມງວັນທີ 19 ກໍລະກົດນີ້.

ຜູ້ຕ້ອງຫາໄດ້ຄອບຄອງທາດອອກລິດເຊັ່ນmethamphetamine( ເຮໂຣອິນ)ຜ່ານລະບົບTelegram ແຕ່ປີ 2018 ເປັນຕົ້ນມາ ແລະ ຖືກຈັບໃນວັນທີ 17 ກໍລະກົດນີ້ຢູ່ນະຄອນໂຮ່ຈິມິງພາຍຫລັງການປະ ສານງານກັນລະຫວ່າງກຳລັງຕໍາຫຼວດຫວຽດນາມ ແລະ ສ. ເກົາຫລີ 3 ປີຜ່ານມາ.
ກິມ ໄດ້ຂາຍຢາເສບຕິດມີມູນຄ່າເຖິງ 7 ຕື້ວອນຫລື 5,3 ລ້ານໂດລາ ໂດຍມີເຄືອຂ່າຍສະໜອງຢາເສບຕິດໃຫ້ເກືອບ 20 ຫົວໜ່ວຍ ແລະ ລາວກໍເປັນເຄືອຂ່າຍຂາຍຢາເສບຕິດໃຫຍ່ທີ່ສຸດໃນອາຊີຕາເວັນອອກ ສຽງໃຕ້.
ທີ່ມາ: ໜັງສືພີມລາວພັດທະນາ