ເພື່ອເປັນການ ປັບປຸງ ນ້ຳພຸໃຫ້ ເປັນສະຖານທີ່ ສາທາລະນະ ກັບໄປສູ່ ສະຖານທີ່ ທີ່ເປັນມໍລະດົກແຫ່ງຊາດ, ບໍລິສັດ AIDC ໄດ້ຈັດງານ ຖະແຫຼງການຂື້ນໃນວັນທີ 18 ກໍລະກົດ2022 ທີ່ບໍລິເວນສວນນໍ້າພຸ ບ້ານຊຽງຍືນ ນະຄອນຫຼວງວຽງຈັນ.

ສວນນ້ຳພຸຊຽງຍືນ ແມ່ນມີປະຫວັດສາດ ມາຍາວນານ ໂດຍກ່ອນ ໄລຍະປີ 1920 ແມ່ນເປັນທີ່ຕັ້ງ ຕະຫຼາດເຊົ້າ ນະຄອນຫຼວງວຽງຈັນ. ຕົກມາໃນ ໄລຍະປີ 1975 ໄດ້ມີການກໍ່ສ້າງ ກາຍເປັນວົງວຽນ ນ້ຳພຸ ທີ່ມີເສັ້ນທາງ ອ້ອມຮອບ ແລະ ກາຍມາເປັນສວນນ້ຳພຸໃນ ໄລຍະປີ 2000.

ແຕ່ຍ້ອນ ງົບປະມານ ຂອງ ອພບ ນະຄອນຫຼວງວຽງຈັນ ໃນໄລຍະນັ້ນ ມີຈຳກັດ. ສວນນ້ຳພຸມີລັກສະນະມືດຫຼາຍ, ປ້ຳນ້ຳພຸເປ່ເພ, ຂາດບ່ອນຊົ້ນແດດ ຊົ້ນຝົນ , ບໍລິສັດ AIDC ຈຶ່ງໄດ້ເຂົ້າມາຊ່ວຍ ໃນການປັບປຸງ ດ້ວຍງົບປະມານ10 ຕື້ກ່ວາກີບ ລວມມີ ການປັບປຸງ ລະບົບນ້ຳພຸ, ປັບປຸງລະບົບດອກໄຟ, ລະບົບພື້ນຍ່າງ, ຫ້ອງນ້ຳ ແລະ ອາຄານຮ້ານອາຫານຈຳນວນໜື່ງ ເພື່ອ ເປັນແນວສ້າງລາຍຮັບ ໃຫ້ ສວນນ້ຳພຸ ໃຫ້ສາມາດ ກຸ້ມຕົນເອງ.

ຜ່ານມາ ສວນດັ່ງກ່າວກໍ່ໄດ້ ຮັບໃຊ້ ເປັນບ່ອນຮັບແຂກ ພາຍໃນ ແລະ ຕ່າງປະເທດ ເຊັ່ນ ຮັບໃຊ້ ກອງປະຊຸມ ອາເຊັມ, ແຂກທ່ອງທ່ຽວ, ກິດຈະກຳຊາວໜຸ່ມ, ງານສະແດງສີລະປະເຜີຍແຜ່ວັດທະນາທຳ ໂດຍຮັບໃຊ້ແຂກ ມາຫຼາຍກ່ວາ 20.000-30.000 ຄົນຕໍ່ປີ.

ຕົກມາຮອດປີ 2021 ໂດຍຕາມການຮຽກຮ້ອງຂອງສັງຄົມ ແລະ ລັດຖະບານ ໂດຍສະເພາະ ແມ່ນ ທ່ານ ນາຍົກ ລັດຖະມົນຕີ ພັນຄຳ ວິພາວັນ ໃນໄລຍະທ່ານ ຂື້ນມາຮັບຕຳແໜ່ງໃຫມ່, ໄດ້ມີຄວາມເປັນຫ່ວງເປັນໄຍຕໍ່ກັບ ມໍລະດົກຂອງຊາດ, ມູນຄ່າທາງດ້ານວັດທະນາທຳ, ແລະ ຈິດໃຈຂອງປະຊາຊົນ; ບໍລິສັດ AIDC ກໍ່ຄື ຄອບຄົວພູມມະສັກ ຈຶ່ງໄດ້ສະໝັກໃຈ ຕາມການສະເໜີຂອງທ່ານ ນາຍົກ ລັດຖະມົນຕີ ແລະ ເປັນການສະແດງຄວາມຮູ້ບຸນຄຸນ ຕໍ່ປະເທດຊາດ ຈຶ່ງຂໍປະກອບສ່ວນມອບ ສວນນ້ຳພຸ ໃຫ້ ກັບໄປ ໃຫ້ສູ່ລັດຖະບານ ກໍ່ຄື ນະຄອນຫຼວງວຽງຈັນ ເພື່ອເຮັດເປັນສາທາລະນະ 100%.

ໄລຍະຜ່ານມາ ການມອບຮັບ ອາດຈະຊັກຊ້າ ຍ້ອນການປຶກສາຫາລືຜ່ານການອອກແບບ ເພື່ອ ໃຫ້ໄດ້ເປົ້າໝາຍ ຂອງປະຫວັດສາດ ຄວາມໝາຍຂອງສວນນ້ຳພຸ , ດັ່ງນັ້ນ ນະຄອນຫຼວງວຽງຈັນ ຈຶ່ງໄດ້ມີການເຊື້ອເຊີນສະມາຄົມ ສະຖາປະນິກ, ຜູ້ຊົງຄຸນວຸດທິ, ແລະ ພະແນກການທີ່ກ່ຽວຂ້ອງ ໃຫ້ ເຂົ້າມາ ມີຄຳຄິດ ຄຳເຫັນ. ຈາກນັ້ນຈຶ່ງຈະນໍາໄປຜ່ານ ອົງການປົກຄອງ ນະຄອນຫຼວງວຽງຈັນ ແລະ ລັດຖະບານ ວ່າ ຈະໃຫ້ ກາຍເປັນ ສວນສາທາລະນະ ໃນຮູບແບບໃດ, ການບົວລະບັດຮັກສາ ງົບປະມານ ຈະໃຊ້ເທົ່າໃດ, ອາຄານບາງສ່ວນຈະເຮັດເປັນພິພິຕະພັນ ແລະ ບ່ອນໃຫ້ຂໍ້ມູນດ້ານການທ່ອງທ່ຽວຫຼືບໍ (Tourist Information Center) ແຕ່ສຳຄັນຍັງຮັກສາໄວ້ ໂດຍສະເພາະແມ່ນ ໂຕຂັນນ້ຳພຸ ທີ່ມີຮູບຊົງເດີມຢູ່ແລ້ວ ແລະ ຈະຮື້ຖອນບັນດາອາຄານທີ່ບົດບັງທັດສະນີຍະພາບ ເພື່ອໃຫ້ນ້ຳພຸ ໂດດເດ່ນ. ການຮື້ຖອນ ຈະເລີ່ມຕົ້ນ ປາຍເດືອນ ສິງຫາ ພາຍຫຼັງ ທີ່ແບບ ນະຄອນຫຼວງວຽງຈັນ ໄດ້ຮັບການຮັບຮອງ ແລ້ວ.

ການມອບຄືນອາຄານ ແລະ ສະຖານທີ່ຄືນຄັ້ງນີ້ ບໍລິສັດ AIDC ແມ່ນບໍ່ໄດ້ຮຽກຮ້ອງການຊົດເຊີຍໃດໆ, ແມ່ນ ການສະໝັກໃຈຂອງບໍລິສັດ ແລະ ບໍລິສັດຈະຍັງເຫັນດີ ຈະປະກອບສ່ວນອື່ນໆ ຊ່ວຍ ສວນນ້ຳພຸ ແຫ່ງນີ້ ຕາມການເຫັນຄວນ ຂອງລັດຖະບານ ກໍ່ຄື ນະຄອນຫຼວງວຽງຈັນ ໃຫ້ກາຍເປັນ ມໍລະດົກແຫ່ງຊາດ. ພ້ອມນັ້ນ ນະຄອນຫຼວງວຽງຈັນ ກໍ່ຍັງເປີດເວລາ ໃຫ້ສັງຄົມ ໃນໄລຍະເວລາ 1 ເດືອນນີ້ ສາມາດປະກອບຄຳເຫັນ ສະເໜີ ແບບໃນການປັບປຸງ ເພື່ອໃຫ້ ສວນນ້ຳພຸ ງົດງາມແລະ ມີກິດຈະກຳ ຮັບໃຊ້ ສັງຄົມ ໃນຫຼາຍເກນອາຍຸ ຫຼາຍເພດໄວ.

