ທີມຊາດລາວ ຊະນະທິມຊາດໄທແລ້ວ ໄດ້ເຂົ້າຮອບຊິງຊະນະເລີດ.

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ພົບ ທີມຊາດໄທ ຮຸ່ນອາຍຸບໍ່ເກີນ 19 ປີ ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈໍາປີ 2022 AFF U19 BOYS CHAMPIONSHIP 2022 ຢູ່ທີ່ປະເທດອິນໂດເນເຊຍ.

ຮອບຮອງຊະນະເລີດ ວັນ​ພຸດ 13/07/2022 ທີມຊາດລາວ ພົບ ​ທີມຊາດໄທ ..ທີມຊາດລາວເຮັດໄດ້ ເອົາຊະນະທີມຊາດໄທ 2-0 ຜ່ານເຂົ້າໄປຊິງຊະນະເລີດ ກັບ ທີມຊາດມາເລເຊຍ .

ຖືເປັນປະຫວັດສາດຄັ້ງທຳອິດທີ່ທີມຊາດລາວຊະນະທຸກນັດ ຈົນສາມາດເຂົ້າໄປຊິງຊະນະເລີດ ໃນລາຍການນີ້.

ຈົບເຄິ່ງເວລາທຳອິດທີມຊາດລາວ ຂຶ້ນນຳ ທີມຊາດໄທ 1-0 ຈາກ ປີເຕີ້ ພັນທະວົງ ນາທີ 7

ໃນເວລາ 83 ທິມຊາດລາວ ສາມາດຍິງເຂົ້າໄດ້ອີກປະຕູ. ຈົບເວລາ 90 ນາທີ ທິມຊາດລາວ 2-0 ທິມຊາດໄທ.

ແຂ່ງຂັນຢູ່ທີ່ສະຫນາມ Patriot Candrabhaga ເຊີ່ງລາຍຊື່ 11 ຜູ້ຫລິ້ນຕົວຈິງ.

ຊົມຄລີບ.

Related Posts

Leave a Reply

Your email address will not be published. Required fields are marked *