ຄຽບເດືອດ! ປູຕິນສັ່ງອອກ ພາສປອດຣັດເຊຍແບບດ່ວນ ມອບສິິດພົນລະເມືອງຊາວຢູເຄຼນ.

ຄຽບເດືອດ! ປູຕິນສັ່ງອອກ ພາສປອດຣັດເຊຍແບບດ່ວນ ມອບສິິດພົນລະເມືອງຊາວຢູເຄຼນ.

ປະທານາທິບໍດີວະລາດິມີ ປູຕິນ ແຫ່ງຣັດເຊຍ ອອກດຳລັດສະບັບໜື່ງມອບສິດທິຄວາມເປັນພົນລະເມືອງແບບເລັ່ງດ່ວນແກ່ຊາວຢູເຄຼນທຸກຄົນ ທ່າມກາງປະຕິບັດການທາງທະຫານຮຸກຮານຢູເຄຼນທີ່ຍືດເຍື້ອມານານກວ່າ 4ເດືອນແລ້ວ.

ດຳລັດສະບັບນີ້ລະບຸວ່າ “ ພົນລະເມືອງຢູເຄຼນທຸກຄົນໄດ້ຮັບສິດທິຢື່ນຄຳຮ້ອງສຳລັບເຂົ້າເປັນພົນລະເມືອງຂອງສະຫະພັນຣັດເຊຍ ໃນວິທີການແບບລວບຮັດ”ດຳລັດລ່າສຸດເປັນການເພີ່ມເຕີມຈາກຄຳສັ່ງຕ່າງໆ ກ່ອນໜ້ານີ້.

ໃນນັ້ັ້ນລວມເຖິງທີ່ປະກາດອອກມາໃນຊ່ວງຕົ້ນຂອງການຮຸກຮານ ເປີດທາງໃຫ້ພົນລະເມືອງຢູເຄຼນທີ່ໃຊ້ຊີວິດຢູ່ໃນດິນແດນຕ່າງໆ ທີ່ຢູ່ພາຍໃຕ້ການຢືດຄອງຂອງມອສໂກ ໄດ້ຮັບພາສະປອດຣັດເຊຍງ່າຍຂື້ນ.

ກ່ອນໜ້ານີ້ ປູຕິນ ໄດ້ລົງນາມໃນດຳລັດສະບັບໜື່ງມອບສິດທິຄວາມເປັນພົນລະເມືອງແບບເລັ່ງດ່ວນແກ່ພົນລະເມືອງໃນ 2 ແຄ້ວນຂອງຢູເຄຼນ ປະກອບດ້ວຍແຄ້ວນແຄຊອນທາງພາກໃຕ້ ເຊິ່ງຢູ່ພາຍໃຕ້ການຄວບຄຸມຂອວທະຫານຮັດເຊຍເກືອບທັງໝົດ ແລະ ແຄ້ວນຊາປໍຣິດເຊຍທີ່ຢູ່ພາຍໃຕ້ການຄວບຄຸມຂອງມອສໂກເປັນບາງສ່ວນ.

Related Posts

Leave a Reply

Your email address will not be published. Required fields are marked *