ເວບໄຊປ້ອງກັນຄວາມສະຫງົບລາຍງານວ່າ:

ເວບໄຊປ້ອງກັນຄວາມສະຫງົບລາຍງານວ່າ:

ນາງ ພອນທິບ ຫຼື ທີ່ເອີ້ນກັນວ່າ ເຈ້ທິບ ອາຍຸ​ ພຽງ 30 ປີ ກາຍເປັນເປົ້າໝາຍທີ່ເຈົ້າໜ້າທີ່ກຳລັງຕ້ອງການຕົວມາດຳເນີນຄະດີ ເພາະສໍ້ໂກງເງິນຂອງປະຊາຊົນຈຳນວນຫຼາຍພັນຄົນ ຫອບເງິນຈຳນວນມະຫາສານໜີອອກນອກປະເທດ ແຕ່ທ້າຍເດືອນມິຖຸນາ 2022,

ເຊິ່ງມາເຖິງປັດຈຸບັນນີ້ ຍັງບໍ່ມີພາກສ່ວນໃດຮູ້ວ່າ ເຈ້ທິບໜີໄປໃສ ແລະ ກໍຍັງຈັບຕົວບໍ່ໄດ້.

ຈຳນວນຄວາມເສຍຫາຍໃນຄັ້ງນີ້ ເປັນເງິນຈຳນວນມະຫາສານ ລວມ 3 ສະກຸນເງິນ ຄື:

?​ ເງິນກີບ 2 ໝື່ນລ້ານກີບ?​ ເງິນບາດ 4 ຮ້ອຍລ້ານບາດ.

? ເງິນໂດລາ 4 ລ້ານໂດລາສະຫະລັດ.

ຮອດວັນທີ 30 ມິຖຸນາ 2022, ຜູ້ເສຍຫາຍຈຳນວນຫຼວງຫຼາຍ ຖະຍອຍເຂົ້າມາແຈ້ງຄວາມຕໍ່ເຈົ້າໜ້າທີ່ຫຼາຍກວ່າ 5.000 ຄົນ ແລະ ຄາດວ່າຍັງຈະມີຜູ້ເສຍຫາຍຫຼາຍຄົນເຂົ້າມາແຈ້ງຄວາມຕື່ມອີກ.

ຈາກການກວດສອບຂອງເຈົ້າໜ້າທີ່ ເຈ້ທິບໄດ້ເດີນທາງອອກນອກປະເທດໄປຕັ້ງແຕ່ວັນທີ 29​ ມິຖຸນາ 2022 ໂດຍເດີນທາງຜ່ານດ່ານ ຕມ ຂົວມິດຕະພາບ ລາວ-ໄທ 1;

ປັດຈຸບັນ, ເຈົ້າໜ້າທີ່ກຳລັງເລັ່ງຕິດຕາມຕົວມາດຳເນີນຄະດີຕາມລະບຽບກົດໝາຍ.

ຂໍ້ມູນ: ປ້ອງກັນຄວາມສະຫງົບ

Related Posts

Leave a Reply

Your email address will not be published. Required fields are marked *