ເປັນພະນັກງານເຮັດຄວາມສະອາດຢູ່ ອົດສະຕາລີ ມື້ດຽວ ໄດ້ຫຼາຍກວ່າເງິນເດືອນແອັດອີກ.

ອົດສະຕາລີ ຂາດຄົນເຮັດຄວາມສະອາດ ໃຫ້ຄ່າຈ້າງຮອດ 496,000 ກີບ/ຊົ່ວໂມງ ປະມານ 992 ລ້ານກີບຕໍ່ປີ.

ອົດສະຕາລີ ປະເຊີນກັບການຂາດແຄນພະນັກງານເຮັດຄວາມສະອາດ. ດັ່ງນັ້ນ, ບໍລິສັດຕ່າງໆ ຕ້ອງປັບຄ່າຈ້າງຂຶ້ນ ເພື່ອດຶງດູດຄົນເຂົ້າມາສະໝັກວຽກ ເຖິງເປັນພະນັກງານໃຫມ່ບໍ່ມີປະສົບການກໍສາມາດເຮັດໄດ້ ແລະຍັງໄດ້ຄ່າຈ້າງທີ່ສູງ. ອາຊີບທຳຄວາມສະອາດໃນ ອົດສະຕາລີອາດມີລາຍໄດ້ສູງເຖິງ 124,800 ໂດລາອົດສະຕາລີຕໍ່ປີ.

ທ່ານ ນາງ Joy Wess, ກຳມະການຜູ້ຈັດການຂອງບໍລິສັດເຮັດຄວາມສະອາດ Absolute Domestics ທີ່ Sydney, ກ່າວວ່າ: ບໍລິສັດໄດ້ຖືກກົດດັນໃຫ້ເພີ່ມຄ່າຈ້າງເພື່ອດຶງດູດພະນັກງານ ໃນປັດຈຸບັນແມ່ນ 45 ໂດລາຕໍ່ຊົ່ວໂມງ. (ປະມານ 496,000 ກີບ) ຫມາຍຄວາມວ່າ ຜູ້ເຮັດຄວາມສະອາດທີ່ເຮັດວຽກ 8 ຊົ່ວໂມງຕໍ່ມື້ສໍາລັບ 5 ມື້ຕໍ່ອາທິດ. ຈະໄດ້ຮັບສູງເຖິງປີລະ 93,600 ໂດລາ.

ບັນຫາການຂາດແຄນພະນັກງານມີມາແຕ່ກາງປີ 2021, ທ່ານເຜີຍວ່າມາຮອດປັດຈຸບັນກໍຍັງບໍ່ສາມາດຊອກຫາພະນັກງານໄດ້ພຽງພໍສໍາລັບທຸລະກິດຂອງບໍລິສັດ.
