ມີຄວາມຈິງບໍ..!! ວ່າມີນາຍໜ້າເກັບເງິນຄ່າຕໍ່ແຖວເຮັດພາສປອດຄົນລະ 100,000 ກີບ.

ຈາກຜູ້ໃຊ້ເຟສບຸກຊື່ Park junhee ໄດ້ໂພສວ່າ: ປະສົບການເຮັດPassport ຢູ່ກົມກົງສຸນນະຄອນຫຼວງວຽງຈັນ.

ໃນເວລາ 2:00 ໂມງເຊົ້າ ຂອງວັນທີ11/07/2022, ຂ້ອຍໄດ້ໄປຕໍ່ແຖວນຳໝູ່ຢູ່ໜ້າກົມກົງສູນເພື່ອລໍຖ້າຮັບບັດຄິວ, ຕອນນັ້ນມີຄົນທີ່ມາກ່ອນພຽງ13ຄົນເທົ່ານັ້ນ,(ນັບຄັກແນ່) ຂ້ອຍຕ້ອງແມ່ນຄົນຖັດມາ ແຕ່ມີນາຍໜ້າ2ຄົນຍ່າງມາບອກວ່າ ຢູ່ນີ້ພວກມັນຈອງໄວ້ແລ້ວໂດຍທີ່ພວກມັນເອົາສາດມາປູປະໄວ້ຊື່ໆ

ມັນບອກໃຫ້ຂ້ອຍໄປຕໍ່ແຖວທາງຫຼັງ, ຄັນຢາກຕໍ່ແຖວບ່ອນນີ້ແມ່ນເສຍເງິນຄົນລະ100,000ກີບ, ມັນຍັງບອກອີກວ່າຜົວມັນເຮັດວຽກຢູ່ນີ້, ຫຼາຍຄົນແມ່ນເຮັດຕາມທີ່ພວກມັນບອກ, ຫຼາຍຄົນກະຈ່າຍເງິນໃຫ້ພວກມັນຄືກັນ, ສຸດທ້າຍຂ້ອຍໄດ້ທີ200ປາຍ.

ແຫຼ່ງຂໍ້ມູນ:

Related Posts

Leave a Reply

Your email address will not be published. Required fields are marked *