ພິສູດຮອຍນີ້ວມື ຈິ່ງຮູ້ກຳມະກອນ ລັກຄຳ 11 ບາດ.
ເຈົ້າຫນ້າທີ່ ປກສ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໄດ້ລົງເກັບກຳຂໍ້ມູນ ຫລັກຖານ ແລະ ພິສູດຮອຍນີ້ວມື ຈິ່ງຮູ້ວ່າ ກຳມະກອນເຮັດວຽກຢູ່ເຮືອນ ເປັນຜູ້ລັກຄຳ 11 ບາດ.

ພັທ ບຸນມີ ກັນຕິຍະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ໃຫ້ຮູ້ວ່າ: ທ້າວ ເຄືອຄໍາ ອາຍຸ 29 ປີ, ຄ້າຂາຍ ຢູ່ບ້ານໄຊມຸງຄຸນ ເມືອງນາຊາຍທອງ ຜູ້ຖືກເສຍຫາຍ ເຂົ້າມາ ກອງບັນຊາການ ແລະ ແຈ້ງຄວາມວ່າ ໃນວັນທີ 22 ມິຖຸນາ 2022 ຄຳຮູບປະພັນ ຈໍານວນ 11 ບາດຢູ່ຫ້ອງນອນ ຖືກຄົນຮ້າຍລັກໄປ; ຈາກນັ້ນ ເຈົ້າຫນ້າທີ່ລົງກວດກາສະຖານທີ່ເກີດເຫດ ພິສູດຮ່ອງຮອຍນິ້ວມື ຈຶ່ງສາມາດເຊື່ອມໂຍງຫາຜູ້ກໍ່ເຫດໄດ້.

ຕົກມາຮອດວັນທີ 30 ມິຖຸນາ 2022 ຈິ່ງຄວບຄຸມຕົວທ້າວ ອຸບົນ ອາຍຸ 32 ປີ ກຳມະກອນຢູ່ເຮືອນ ຜູ້ຖືກສົງໄສມາສືບສວນ ແລະ ຜູ້ກ່ຽວຮັບສາລະພາບວ່າ ໄດ້ເປັນຄົນລົງມືລັກຄຳ ຢຸ່ທີ່ຫ້ອງນອນຂອງຜູ້ເສຍຫາຍແທ້, ພາຍຫລັງລັກໄດ້ແລ້ວ ໄດ້ຕິດຕໍ່ຫາ ພໍ່ ຊື່ທ້າວ ທອງລື ມາຮັບເອົາຄໍາທີ່ໄປຊຸກເຊື່ອງໄວ້, ຕໍ່ມາເຈົ້າຫນ້າທີ່ຈຶ່ງຄວບຄຸມຕົວຜຸ້ເປັນພໍ່ ແລະ ນຳຫາຂອງກາງ ເຊິ່ງຜູ້ກ່ຽວເອົາໄປຝັງດິນໄວ້ຢູ່ຂ້າງເຮືອນ.

ພາຍຫລັງເກັບກູ້ ເຄື່ອງຂອງກາງ ຈິ່ງໄດ້ຈັດພິທີສົ່ງມອບຄຳ 11 ບາດ ໃຫ້ແກ່ຜູ້ເປັນເຈົ້າຂອງ ແລະ ດຳເນີນຄະດີຕໍ່ຜູ້ຖືກຫາ.