ກົມອຸຕຸນິຍົມແລະອຸທົກກະສາດ ລາຍງານສະພາບອາກາດທົ່ວໄປ ປະຈຳວັນທີ 10 ກໍລະກົດ 2022, ເວລາ 06 ໂມງ 00 ວ່າ:
ຍ່ອມຄວາມກົດດັນອາກາດຕໍ່າທີ່ປົກຄຸມຢູ່ເຂດທະເລຈີນໃຕ້ຕອນກາງໄດ້ມີກຳລັງແຮງເພີ່ມຂຶ້ນປົກຄຸມເຂດພາກາງ ແລະ ພາກຊຶ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ໃຕ້ຂອງປະເທດລາວ ແລະ.
ສົມທົບກັບກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ອາກາດຮ້ອນ ແລະ ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກໃນລະດັບປານກາງ ຫາ ໜັກຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດ.
ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 10/07/2022 ຫາ ເວລາ 07 ໂມງ ຂອງວັນທີ 11/07/2022. ພາກເໜືອດ້ານຕາເວັນອອກ (ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກຟ້າຮ້ອງຟ້າເຫຼືອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 18 – 30 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 22 –33 ອົງສາ.
ນະຄອນຫຼວງວຽງຈັນ ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງຢູ່ບາງບໍລິເວນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າ 70%. ອຸນຫະພູມໃນລະຫວ່າງ 25 – 33 ອົງສາ.
ພາກກາງ (ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ) ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງຫາໜັກຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າ 80% ຂອງພາກ. ອຸນຫະພູມໃນລະຫວ່າງ 21 – 33 ອົງສາ.
ແຂວງໄຊສົມບູນ: ມີຝົນຕົກໃນລະດັບປານກາງ. ອຸນຫະພູມໃນລະຫວ່າງ 18 – 27 ອົງສາ.
ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື): ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງຫາໜັກຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າ 70% ຂອງພາກ. ອຸນຫະພູມໃນລະຫວ່າງ 23 – 34 ອົງສາ.