ໃຜເຫັນຊ່ວຍແຊ໌ແດ່ເດີຄັ້ງທໍາອິດທີ່ ເມືອງຊຳເໜຶອ

ໃຜເຫັນຊ່ວຍແຊ໌ແດ່ເດີ.

ຄັ້ງທໍາອິດທີ່ ເມືອງຊຳເໜຶອ ແຂວງ ຫົວພັນ ຕະຫຼາດນັດມາແລ້ວຕັ້ງມີບ່ອນຝາກລົດຈັກ-ລົດໃຫຍ່ທີ່ແຂວງຫົວພັນ.

ລົດຈັກ 5000ກີບ ລົດໃຫຍ່ 10 000 ກີບ.

ບ່ອນຈອດລົດບໍ່ມີ ຈອດຕາມແຄມທາງກໍ່ໄດ້ຈ່າຍຄ່າປີ້ເຮົາກໍບໍ່ເຄີຍຮູ້ວ່າຢູ່ບ່ອນອື່ນ ຫຼື ແຂວງອື່ນແດ່ເຄີຍມີແບບນີ້ບໍ?.

ແຕ່ຂ້ອຍຢູ່ແຂວງຫົວພັນມາ10ປາຍປີຫາກກໍເຫັນຄັ້ງນີ້ເປັນຄັ້ງທໍາອິດ.

ບໍ່ຮູ້ວ່າເຈົ້າແຂວງ ເຈົ້າເມືອງວາງໃຫ້ມາເກັບປີ້ ແລະ ຕັ້ງບ່ອນຝາກລົດບໍ ຫຼືຕະຫຼາດນັດເປັນຜູ້ວາງເອງ.

ຂໍຄວາມຄິດເຫັນ ແລະ ບອກວ່າເຄີຍມີແລ້ວບໍຢູ່ບ່ອນອື່ນ ຢາກເຫັນແຈ້ງການທີ່ ພາກສ່ວນກ່ຽວຂ້ອງວາງອອກແດ່ໃຜມີສົ່ງໃຫ້ອ່ານແດ່ເດີ

ທີ່ມາ.

Related Posts

Leave a Reply

Your email address will not be published. Required fields are marked *