ໃນຄືນ ວັນທີ 8 ກໍລະກົດ 2022 ທີ່ ຫລັກ 7 ນະຄອນປາກເຊ ແຂວງຈຳປາສັກ ໄດ້ມີການນັດຊື້-ຂາຍລົດຈັກກັບຊາຍຄົນຫນຶ່ງທີ່ຕິດຕໍ່ຊື້ທາງໂທລະສັບ

ຈາກນັ້ນ ຜູ້ມາຊື້ຂໍລອງລົດ, ພໍຂັບໄປຮອດໄລຍະຫນຶ່ງ ໄດ້ຈອດລົດ ແລະ ໃຊ້ໄມ້ຕີເຈົ້າຂອງລົດໄດ້ຮັບບາດເຈັບສົມຄວນ ແລະໄດ້ເກີດການຕໍ່ສູ້ກັນສາມາດຈັບໂຈນໄດ້.

ຜູ້ບາດເຈັບເລົ່າວ່າ : ຜູ້ຊາຍຄົນໃນຮູບ ເປັນຄົນບ້ານຫນອງບົວໃຫຍ່ ເມືອງປະທຸມພອນ ແຂວງຈຳປາສັກ ໄດ້ສັ່ງຊື້ລົດນຳຂ້ອຍແລ້ວນັດເບີ່ງລົດ ຫລັງຈາກຜູ້ກ່ຽວເຫັນລົດແລ້ວກໍ່ຕົກລົງຈະຊື້ ແລະ ຂໍລອງລົດ ຂ້ອຍກະໄປນຳລາວຢ້ານລາວໄປເລີຍ; ພໍໄປຮອດໄລຍະຫນຶ່ງ ລາວຈອດລົດ ເພື່ອຖ່າຍເບົາ ຂ້ອຍກະນັ່ງຄາບລົດໄວ້ແລ້ວເອົາກະແຈໃສ່ຖົງ.
ຫລັງຈາກເບົາແລ້ວ ລາວຍ່າງມາຫາລົດແລ້ວເອົາໄມ້ຄ້ອນຊິຕີໃສ່ຫົວ ແຕ່ເຫັນກ່ອນຈິ່ງຫລົບໄດ້ທັນ ແຕ່ກໍ່ຖືກຕີໃສ່ຫລັງ 2 ບາດ ບາດເຈັບສົມຄວນ.

ຈາກນັ້ນ ກໍ່ໄດ້ຕໍ່ສູ້ກັນ ແລ້ວກະເອີ້ນຄົນແຖວນັ້ນມາຊ່ວຍ ຈຶ່ງສາມາດຈັບໂຈນໄດ້ ແລະ ໄດ້ມອບຕົວຜູ້ກ່ຽວໃຫ້ເຈົ້າຫນ້າທີ່ນໍາໄປດຳເນີນຄະດີ.