ຂ່າວດີ..!! ແຈ້ງປັບຂື້ນຄ່າແຮງງານຂັ້ນຕ່ຳຢູ່ ສປປ ລາວ ບັງຄັບໃຊ້ 1 ສິງຫາ 2022 ເປັນຕົ້ນໄປ.

ວັນທີ 8 ກໍລະກົດ 2022 ນີ້ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ອອກແຈ້ງການແນະນໍາ ກ່ຽວກັບການປັບປຸງຄ່າແຮງງານຂັ້ນຕ່ໍາສຸດ ສໍາລັບຜູ້ອອກແຮງງານ ຢູ່ ສປປ ລາວ ໂດຍມີລາຍລະອຽດຄື:

1. ຄັ້ງທີ I ປັບຂຶ້ນຈາກ 1.100.000 ກີບ ມາເປັນ 1.200.000 ກີບ ຕໍ່ຄົນ/ເດືອນ ຫຼື ເທົ່າກັບ 46.1 54 ກີບ ຕໍ່ຄົນ/ວັນ ຫຼື ເທົ່າກັບ 5,769 ກີບ ຕໍ່ຄົນ/ຊົ່ວໂມງ ໂດຍມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ສິງຫາ 2022 ຫາ 30 ເມສາ 2023.

2. ຄັ້ງທີ 2 ປັບຂຶ້ນຈາກ 1.200.000 ກີບ ມາເປັນ 1.300.000 ກີບ ຕໍ່ຄົນ/ເດືອນ ຫຼື ເທົ່າກັບ 50.000 ກີບ ຕໍ່ຄົນຕໍ່ວັນ ຫຼື ເທົ່າກັບ 6.250 ກີບ ຕໍ່ຄົນຕໍ່ຊົ່ວໂມງ ໂດຍມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ພຶດສະພາ 2023 ເປັນຕົ້ນໄປ.

ລາຍລະອຽດອ່ານເບີ່ງແຈ້ງການລຸ່ມນີ້:

Related Posts

Leave a Reply

Your email address will not be published. Required fields are marked *