ປະກາດ ເຖິງ: ບັນດາທ່ານ ທີ່ເຄົາລົບ ແລະ ນັບຖື. ເລື່ອງ: ການຍື່ນຄໍາຮ້ອງຂໍຫນັງສືຜ່ານແດນ ທີ່ ກົມກົງສູນ ກະຊວງການຕ່າງປະເທດ.
ກົມກົງສູນ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຊາບວ່າ: ປະຈຸບັນ ເຫັນວ່າມີປະຊາຊົນ ໄດ້ມາຍື່ນຄໍາຮ້ອງຂໍຫນັງສືຜ່ານ ແດນເປັນຈໍານວນຫຼາຍ ເຊິ່ງເກີນຂີດຄວາມສາມາດໃນການຮອງຮັບຕົວຈິງ, ເພື່ອແກ້ໄຂສະພາບຄວາມແອອັດ,
ຄວາມບໍ່ເປັນ ລະບຽບຮຽບຮ້ອຍ, ບັນຫາຫຍໍ້ທໍ້ຕ່າງໆທີ່ຈະກໍ່ໃຫ້ເກີດຂຶ້ນ ແລະ ການກີດຂວາງການສັນຈອນຢູ່ບໍລິເວນດ້ານຫນ້າກົມກົງສຸນ, ລວມໄປເຖິງການປະຫຍັດຄ່າໃຊ້ຈ່າຍໃນການເດີນທາງ,
ຄ່າກິນຢູ່ພັກເຊົາຂອງພໍ່ແມ່ປະຊາຊົນທີ່ເດີນທາງມາຈາກຕ່າງແຂວງ ເພື່ອມາຍື່ນຄໍາຮ້ອງຂໍຫນັງສືຜ່ານແດນ ຢູ່ນະຄອນຫຼວງວຽງຈັນ (ກົມກົງສູນ).
ສະນັ້ນ, ນັບຕັ້ງແຕ່ວັນທີ 11 ກໍລະກົດ 2022 ເປັນຕົ້ນໄປ, ກົມກົງສູນ ຈະບໍ່ຮັບເອກະສານຄໍາຮ້ອງຂໍຫນັງສືຜ່ານແດນ ຂອງທ່ານທີ່ມາຈາກບັນດາແຂວງ ທີ່ມີສູນຮັບຄໍາຮ້ອງຂໍຫນັງ ສືຜ່ານແດນເຊັ່ນ:
– ແຂວງ ອຸດົມໄຊ,
– ແຂວງໄຊຍະບູລີ,
– ແຂວງຊຽງຂວາງ,
– ແຂວງຄໍາມ່ວນ,

– ແຂວງສະຫວັນນະເຂດ ແລະ
– ແຂວງ ຈໍາປາສັກ,
ຍົກເວັ້ນກໍລະນີເຈັບເປັນ ແລະ ມີຄວາມຈໍາເປັນຮີບດ່ວນຕ້ອງໄດ້ໄປປິ່ນປົວຢູ່ຕ່າງປະເທດ.
ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາທ່ານທີ່ມາຈາກແຂວງດັ່ງກ່າວ ຂ້າງເທີງນີ້ຈົ່ງໃຫ້ການຮ່ວມມືດ້ວຍ. ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງບັນດາທ່ານ ເພື່ອຊາບຕາມທາງຄວນດ້ວຍ.
