#ຄາດຕະກຳອ້າຍສາເຫດແບ່ງປັນມູນບໍ່ລົງໂຕ
>ໃນວັນທີ 1 ກໍລະກົດ 2022 ເຈົ້າໜ້າາທີ່ ປກສ ເມືອງຍອດອູ ແຂວງຜົ້ງສາລີ ໄດ້ນໍາຕົວ ທ້າວ ກອງແກ້ວ ອາຍຸ 34 ປີ, ທີ່ກໍ່ເຫດຄາດຕະກຳອ້າຍຕົນເອງ ຊື່ ທ້າວ ຄຳແສງ ອາຍຸ 37 ປີ ຢູ່ບ້ານກາດ ຍ້ອນແບ່ງມູນມໍລະດົກ ດິນໄຮ່-ດິນນາ ບໍ່ລົງໂຕ, ລົງໄປສາທິດຄືນເຫດການ ຂອງການຄາດ ຕະກຳ ເພື່ອປະກອບສຳເນົາຄະດີ ສົ່ງໄອຍະການ ສັ່ງຟ້ອງສານ ຕັດສີນລົງໂທດຕາມກົດໝາຍ.

ເຈົ້າໜ້າາທີ່ ປກສ ແຂວງຜົ້ງສາລີ ໃຫ້ຂໍ້ມູນວ່າ: ເຫດການດັ່ງກ່າວ ເກີດຂຶ້ນໃນວັນທີ 20 ເມສາ 2022 ,ຫຼັງຮັບແຈ້ງເຫດ ເຈົ້າໜ້າາທີ່ກໍໄດ້ລົງສະ ຖານທີ່ເກີດເຫດ ພົບເຫັນທ້າວ ຄຳແສງ ເສຍຊີວິດຢູ່ຂ້າງເຮືອນ ໃນສະພາບສົບຖືກຂອງມີຄົມແທງທ້ອງ ແລະ ມີຮອຍຖືກຟັນ 3 ແຜ, ສ່ວນຜູ້ກໍ່ເຫດ ກໍແມ່ນນ້ອງຊາຍ ຂອງຜູ້ກ່ຽວເອງ.

ຫຼັງຈາກກໍ່ເຫດ ກໍຖືກຄວບຄຸມຕົວທັນທີ ແລະ ນຳໄປສອບສວນ ໂດຍຜູ້ກ່ຽວສາລະພາບວ່າ: ບໍ່ພໍ ໃຈໃຫ້ຜູ້ເປັນອ້າຍ,ຍ້ອນການແບ່ງປັນມູນມໍລະດົກຂອງພໍ່ແມ່ ບໍ່ລົງໂຕ ຈຶ່ງເກີດຜິດຖຽງກັນຂັ້ນຮຸນແຮງ ນຳໄປສູ່ການຄາດຕະກຳໃນຄັ້ງນີ້.<<

#ທີ່ມາຂ່າວ: ປກສ ແຂວງຜົ້ງສາລີ