ເຮັດສັນຍາກັບຮ້ານຊື້ຂາຍເຫຼັກເສດ ຈໍານວນ 9 ຮ້ານ ຫ້າມຊື້ເຫຼັກເສດແບບຜິດກົດໝາຍ.
ວັນທີ 29 ມິຖຸນາ 2022 ເວລາ 10:20 ໂມງ, ຢູ່ຫ້ອງການ ປກສ ກຸ່ມ 4 ສາລະຄໍາ ເຮັດບົດບັນທຶກສັນຍາກັບຜູ້ປະກອບການ,
ນໍາພາໂດຍ ພັທ ຄໍາໃສ ສຸລະວົງສາ ຫົວໜ້າ ປກສ ກຸ່ມ ສາລະຄໍາ ໄດ້ເຮັດສັນຍາກັບເຈົ້າຂອງຫົວໜ່ວຍທຸລະກິດຮ້ານຊື້ຂາຍເຫຼັກເສດ 9 ຮ້ານ ຢູ່ບ້ານນາໄຮ່ ເມືອງຫາດຊາຍຟອງ ມີຄື:
1. ຜູ້ປະກອບການຕ້ອງປະຕິບັດຕາມຄໍາສັງ – ແຈ້ງການຕ່າງໆ ຂອງຂັ້ນເທິງຢ່າງເຂັ້ມງວດ.
2. ຫ້າມຊື້-ຂາຍ ຊັບທີ່ຜິດກົດໝາຍ, ເປັນຕົ້ນ ແມ່ນຂອງກຸ່ມຄົນບໍ່ດີລັກມາຂາຍໃຫ້.
3. ຫ້າມໃຊ້ສະຖານທີ່ດັ່ງກ່າວ ເປັນຈຸດມົ້ວສຸມຢາເສບຕິດ ຫຼື ຊື້ຂາຍຢາເສບຕິດ .
4. ຫ້າມເປີດ-ປິດ ຮ້ານກາຍໂມງເວລາທີກໍານົດໄວ້ແຕ່ 6.00 ໂມງ-18:00 ໂມງ.
5. ຫ້າມນຳໃຊ້ໃບອະນຸຍາດຮອດປີ ຖ້າກວດກາພົບເຫັນມີການລະເມີດຈະນຳໃຊ້ມາດຕະການປັບໄໝຕາມລະບຽບການຢ່າງເຂັ້ມງວດ.
ແຫຼ່ງຂໍ້ມູນ: Laonew.net