ຂ້ອຍຊື່ບຸນຈັນ ເປັນພະນັກງານຄູທີ່ສອນຢູ່ເຂດພູດອຍ ຫ່າງຈາກໂຕເມືອງທາງເຂດພາກໄຕ້ ປະມານ 90 ກິໂລແມັດ ເຊີ່ງເປັນເຂດທີ່ຍັງບໍ່ທັນມີໄຟຟ້າ ຂ້ອຍມາສອນຢູ່ນີ້ເປັນເວລາ 15 ປີແລ້ວ ແລະ ກໍ່ໄດ້ສ້າງຄອບຄົວກັບຄົນໃນໜູ່ບ້ານແຫ່ງນີ້ ມີລູກນຳກັນ 2 ຄົນ . ສະໄໝຮຽນຈົບໃໝ່ໆຂ້ອຍໄດ້ຈາກບ້ານພະເນຈອນມາ ຍ້ອນວ່າທາງຂັ້ນເທີງເພີ່ນຈັດສົ່ງໃຫ້ ແລະ ຂ້ອຍກໍ່ຮັກອາຊີບຄູ ຮັກທຳມະຊາດພູຜາປ່າໄມ້ຈຶ່ງເຮັດໃຫ້ຂ້ອຍຕັດສິນໃຈ ຕັ້ງຫລັກປັກຖານຢູ່ໝູ່ບ້ານແຫ່ງນີ້.

.ຈາກວຽງຈັນມາຫລາຍປີບໍ່ໄດ້ກັບໄປ ຕັ້ງແຕ່ຮຽນຈົບສ້າງຄູຢູ່ດົງໂດກແຕ່ປີ 1980 ພຸ້ນ ພໍດີທາງຂັ້ນເທີ່ງເພີ່ນແຈ້ງເຊີນໃຫ້ໄປເຂົ້າຮ່ວມສຳມະນາຢູ່ວຽງຈັນພຸ້ນ ຂ້ອຍຮູ້ສຶກດີໃຈ ແຕ່ຕື່ນເຕັ້ນທີ່ຈະໄດ້ພົບກັບໝູ່ສະໄໝຮຽນຢູ່ສ້າງຄູນຳກັນ ບໍ່ໄດ້ພົບກັນຫລາຍປີ ຄັນມັນເຫັນໜ້າເຮົາມັນຕ້ອງໂດດມາກອດເຮົາຈົນຮ້ອງໃຫ້ພຸ້ນແລ້ວ .

ສອງມື້ກ່ອນເດີທາງຂ້ອຍໄດ້ກ້ຽມຂອງຕ້ອນ ແລະ ຂອງແກ້ມ ຫວັງວ່າຈະເມົາກັບບັກສ່ຽວ ສີວອນ ສ່ຽວຮັກສ່ຽວແພງຂ້ອຍໃນສະໄໝນັ້ນໃຫ້ເຕັມທີ່. ພໍໄປຮອດວຽງຈັນ ຂ້ອຍກໍ່ເຂົ້າສຳມະນາໝົດມື້ ແລະ ໄດ້ຖາມຂ່າວຄ່າວຈາກພະນັກງານຄູນຳກັນ ຈຶ່ງໄດ້ຮູ້ວ່າ ສ່ຽວສີວອນ ປຸກເຮືອນຢູ່ບ້ານສີສະຫວາດ ໃຫ້ໆກັບອະນຸສາວະລີ ແລງ ມື້ທີ່ສອງຂ້ອຍໄດ້ຈ້າງຈຳໂບ້ໄປອະນຸສາວະລີ ເພື່ອໄປຊອກຫາເຮືອນສ່ຽວສີວອນ ລະຫວ່າງຂີ່ລົດຂ້ອຍກໍ່ສັງເກດເບີ່ງສອງຂ້າງທາງແລະຄິດໃນໃຈວ່າ ໂອວຽງຈັນປ່ຽນໄປຫລາຍປານນີ້ພຸ້ນນໍ ສິບປີຫລັງບ່າງບ່ອນຍັງເປັນປ່າ ບ່າງບ່ອນເປັນໜອງນ້ຳໃຫຍ່ໆ ແຕ່ດ່ຽວນີ້ເຕັມໄປດ້ວຍບ້ານເຮືອນທີ່ສວຍສົດງົດງາມ ພໍໄປຮອດອະນຸສາວະລີຂ້ອຍລົງຈາກຈຳໂບ້ ແລ້ວມຸ້ງໜ້າຖາມຫາເຮືອນຂອງສ່ຽວສີວອນ ຕາມທີ່ເພື່ອນພະນັກງານນຳກັນບອກ ໃນທີ່ສຸດຂ້ອຍກໍ່ໄດ້ເຫັນເຮືອນຂອງສີວອນ .ໂອເຮືອນສ່ຽວເຮົາຫລັງໃຫຍ່ປານນີ້ພຸ້ນນໍ ໃນເດີນບ້ານກໍ່ມີລົດໃຫຍ່ຈອດຢູ່ 2 ຄັນ .ພໍໄດ້ຮູ້ເຮືອນສ່ຽວສີວອນແລ້ວ ຂ້ອຍກໍ່ລັດລົດຈຳໂບ້ເພື່ອກັບທີ່ພັກ ບັກສີວອນ ມຶງໄດ້ເຫັນກູມຶງຕ້ອງດີໃຈຈົນນ້ຳຕາໄຫລແນ່ນອນ ມື້ອື່ນເປັນມື້ທີ່ສຳມະນາແລ້ວ ກູຈັງຊິມາສັງສັນກັບມຶງໃຫ້ເຕັມທີ່. ຊິໄດ້ລົມກັນເລື່ອງອາດີດແຕ່ກີ້ຢູ່ຫໍພັກນຳກັນ ກິນສຸກ ກິນດິບນຳກັນ. ພຽງແຕ່ຄິດໃນໃຈຂ້ອຍກໍ່ມ່ວນແລ້ວ. ຫລັງຈາກສຳມະນາແລ້ວມື້ທີ່ສາມ ຂ້ອຍກໍ່ຟ້າວກັບຫ້ອງພັກເພື່ອເກັບເຄື່ອງ ກ້ຽມໄປນອນຢ້າມເຮື່ອນສ່ຽວສີວອນ .
ຂ້ອຍເປ້ກະເປົ້າເຄື່ອງເຊີງເປັນກະເປົ່າທະຫານສີຂ່ຽວ ຍ່າງໄປຮອດໜ້າເຮືອນສ່ຽວສີວອນພໍ່ດີເວລາ 4 ເຄີງຕອນແລງ ຂ້ອຍເອີ້ນຫາ ສີວອນ ສີວອນ ບຶດໜຶ່ງກໍ່ມີຄົນໄຂປະຕູອອກມາຈາກໃນເຮືອນ ເບີ່ງຊົງຄືຊິແມ່ນແມ່ສ່ຽວ ຮ້ອງຖາມຂ້ອຍວ່າ ມາຫຍັງນໍ ຂ້ອຍຕອບຢ່າງໄວວາວ່າ ມາຢ້າມສ່ຽວສີວອນ ຂ້ອຍແມ່ນສ່ຽວຂອງສີວອນແຕ່ສະໄໝຮຽນນຳກັນຢູ່ສ້າງຄູດົງໂດກພຸ້ນ .ຍິງຄົນນັ້ນຕອບກັບມາວ່າ ນ້ອງເປັນເມຍຂອງອ້າຍສີວອນ ອ້າຍສີວອນບໍ່ຢູ່ເຮືອນ ປະມານ 6 ໂມງພຸ້ນເພີ່ນຈັງກັບເຂົ້າເຮືອນ ອ້າຍຊື່ຫຍັງນໍຖ້າເພີ່ນກັບມາຈະບອກເພີ່ນໃຫ້ .
ຂ້ອຍຟ້າວແນະນຳຕົນເອງ ອ້າຍຊື່ບຸນຈັນ ເປັນຄູສອນຢູ່ເຂດພູດອຍ ເຂົ້າມາສຳນະຢູ່ວຽງໄດ້ 3 ມື້ແລ້ວ ມື້ອື່ນກໍ່ໄດ້ກັບບ້ານແລ້ວ, ອ້າຍນັ່ງຖ້າສອນວອນຢູ່ນີ້ກະໄດ້.ພໍເວົ້າສຸດແມ່ສ່ຽວກະເຊີນຂ້ອຍໄປນັ່ງຖ້າຢູ່ໂຕະຫີນໜ້າບ້ານ ພ້ອມກັບເອົາຈອກນ້ຳມາວ່າງໃຫ້ຕາມມາລະຍາດແລ້ວແມ່ສ່ຽວກໍ່ຂໍໂຕໄປເຮັດວຽກເຮືອນກ່ອນ. ຂ້ອຍນັ່ງຖ້າຢູ່ຫັນຄົນດ່ຽວ ຄິດຍີ້ມໃນໃຈວ່າຖ້າບັກສ່ຽວສີວອນມາຮອດມັນຕ້ອງໃຫ້ເມຍມັນເຮັດຂອງແກ້ມແຊບໆ ກິນກັບເຫລົ້າຂາວທີ່ເຮົາຖືມາຕ້ອນມັນແຕ່ບ້ານແນ່ນອນ.
ພໍດີຮອດ 6 ໂມງ ປະຕູຮົ່ວກໍ່ໄຂອອກ ພ້ອມກັບມີລົດເກ່ງສີດຳຂີ່ເຂົ້າມາບ່ອນຈອດລົດ ຕ້ອງເປັນສ່ຽວສີວອນແນ່ນອນ ພໍໄຂປະຕູລົງຈາກລົດ ຂ້ອຍກໍ່ເຫັນສ່ຽວສີວອນອີຫລີ ຂ້ອຍຍັງຈື່ມັນໄດ້ດີ ບໍ່ວ່າເວລາຈະຜ່ານໄປດົນຊຳໃດ. ຂ້ອຍຟ້າວລຸກຈາກຕັ່ງແລ້ວຍ່າງໄປຫາສ່ຽວສີວອນທັນທີ່ ເພື່ອຫວັັງຈະກອດມັນໃຫ້ເຊົາຄິດຮອດຈັກບາດ ຍ່າງໄປຮອດໃກ້ໆ ສ່ຽວສີວອນເດມືອອກມາຈັບ ພ້ອມກັບກ່າວສະບາຍດີດ້ວຍທ່າທີສຸພາບຂ້ອຍກ່າວຂື້ນ ໂຕຈື່ເຮົາໄດ້ບໍ່ສ່ຽວສີວອນຕອບ ຄືຄຸ່ນໆຢູ່ຂ້ອຍເໜີໂຕທັນທີ ເຮົາບຸນຈັນຢູ່ຫໍພັກຫ້ອງດ່ຽວກັນກັບໂຕຫັນເດ.
ສ່ຽວສີວອນຕອບດ້ວຍສີໜ້າທຳມະດາ ໂອ ເຮົາຈື່ແລ້ວ ໂຕມີວຽກຫຍັງນຳເຮົາບໍ່ ມາຫາເຮົາຮອດເຮືອນພີ້.ຂ້ອຍຕອບດ້ວຍນ້ຳສ່ຽງທີ່ເຢັນລົງວ່າ ເຮົາມາສຳມະນາຢູ່ແຖວວຽງຈັນ ເລີຍມາແວຢ້າມໂຕ.ເວົ້າແລ້ວເຮົາທັງສອງກໍ່ພາກັນຍ່າງໄປໂຕະຫີນແລ້ວ ນັ່ງລົມກັນບຶດໜຶ່ງ ສ່ຽວສີວອນກໍ່ເອີຍຂື້ນວ່າ ຄັນໂຕບໍ່ມີວຽກຫຍັງນຳເຮົາ ໂອກາດໜ້າເຮົາພົບກັນໃໝ່ເນາະ ເພາະຕອນ 7 ໂມງເຮົາຊິອອກໄປດອງ .
.ຂ້ອຍກໍ່ຢຸດໄປດົນເຕີບ ແລ້ວຂ້ອຍກໍ່ກ່າວຄຳອຳລາ ຂ້ອຍຍ່າງອອກຈາກເຮືອນສ່ຽວສີວອນດ້ວຍຄວາມຜິດຫວັງແລະນ້ຳຕາຊຶມອອກມາ ສິ່ງທີ່ຂ້ອຍຄິດໄວ້ມັນບໍ່ເປັນແບບນັ້ນເລີຍ ສ່ຽວສີວອນທີ່ເຄີຍຮັກເຄີຍແພງ ຊີ້ນຕອນ 1 ຍັງປັນເຄີ່ງກັນກິນ ມາມື້ນີ້ມັນປ່ຽນໄປຫລາຍປານນີ້ພຸ້ນ ອາດຈະເປັນເພາະ ສັງຄົມສີວິໄລຂື້ນເລີຍເຮັດໃຈຄົນເຮົາປ່ຽນໄດ້ຫລາຍປານນີ້ ຖ້າແມ່ນສຳຫລັບເຮົາ ຖ້າສ່ຽວສີວອນໄປຮອດເຮືອນ ການຕ້ອນຮັບເຮົາຈະບໍ່ໃຫ້ຂາດຕົກບົກພ້ອງ ປູປາກາໄກ່ທີ່ເຮົາລ້ຽງໄວ້ ສ່ຽວຢາກກິນຫຍັງເຮົາເຮັດສູ່ກິນໄດ້ໝົດ .ນີລະນໍເຂົາວ່າ ນ້ຳປ່ຽນໃຈປາ ການເວລາປ່ຽນໃຈຄົນ.
ແຕ່ງໂດຍ ສໍທ່ຽງທຳ ຕິດຕາມຕອນທີ່ສອງຕໍ່ໄປຈາກ: ຄະຕິທັມ ຄຳຄົມ.