ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ.
ຂ່າວລາຍງານວ່າໃນເວລາ 18:00ໂມງ ຂອງວັນທີ 27 ມິຖຸນາ 22022 ໄດ້ມີຄົນງານໃນອາຄານໃກ້ຄຽງໄດ້ເຫັນລົດ 18 ລໍ້ມາຈອດຖີ້ມໄວ້ພ້ອມທັງໄດ້ຍິນສຽງຮ້ອງຂໍຄວາມຊ່ວຍເຫຼືອດັງມາຈາກພາຍໃນລົດ ເມື່ອເຂົ້າໄປເບີ່ງໄດ້ພົບເຫັນຜູ້ເຄາະຮ້າຍເປັນແຮງງານຕ່າງຊາດທີ່ອັດແໜ້ນກັນຢູ່ພາຍໃນລົດ

ຈື່ງໄດ້ແຈ້ງໄປຍັງເຈົ້າໜ້າທີ່ຕຳຫຼວດມາກວດສອບ ຈື່ງພົບວ່າພາຍໃນລົດມີຜູ້ເສຍຊີວິດ 46 ຄົນ ແລະ ບາດເຈັບ 16 ຄົນຕ້ອງນຳສົ່ງໂຮງໝໍ ຈາກການສອບສວນພົບວ່າລົດ 18 ລໍ້ຄັນດັ່ງກ່າວບັນທຸກແຮງງານເຖື່ອນທີ່ລັກລອບເຂົ້າປະເທດສະຫະລັດແບບຜິດກົດໝາຍ
ສ່ວນສາເຫດການເສຍຊີວິດແມ່ນອາດມາຈາກການຂາດອາກາດຫາຍໃຈເນື່ອງຈາກມື້ນັ້ນອາກາດຮ້ອນຈັດເຖິງ 40 ອົງສາ ເມືອງຊານອັນໂຕນິໂອ ຢູ່ໃກ້ກັບພົມແດນສະຫະລັດອາເມລິກາກັບແມັກຊິໂກ

ມັກມີການຄ້າມະນຸດ ແລະ ຂົນສົ່ງແຮງງານເຖື່ອນເຂົ້າສະຫະລັດອາເມລິກາຕະຫຼອດ

?ຂ່າວອ້າງອີງຈາກ: ຂ່າວສານຕ່າງປະເທດ