ແນວໃດບາດນີ້..!!ລູກຄ້າຊື້ຄຳ 20 ບາດ ໂອນຈ່າຍຜ່ານທາງບັນຊີທະນາຄານໄທ ແຕ່ເງິນທີ່ໂອນຖືກຍົກເລີກ.

ຈາກຜູ້ໃຊ້ເຟສບຸກຊື່ Jolly Sompasong Souligna ໄດ້ໂພສໃນວັນທີ 16/06/2022 ວ່າ: ຂໍຄວາມຊ່ວຍເຫຼືອ  ຫມູ່ເພື່ອນທຸກຄົນ ຜູ້ໃດພົບເຫັນບຸກຄົນດັງກ່າວ ຢູ່ສະຫວັນນະເຂດ ຫຼື ມຸກດາຫານ ຊ່ວຍຕິຕໍ່ມາທາງຮ້ານຄຳມາໄລດ່ວນ ລູກຄ້າຊື້ຄຳນ້ຳໜັກ 20 ບາດ ມູນຄ່າ 6 ແສນກວ່າບາດ ແລະຂໍໂອນຈ່າຍຜ່ານທາງບັນຊີທະນະຄານໄທ ແຕ່ຕໍ່ມາປາກົດເງິນຖືກໂອນຖືກຍົກເລີກ.

ເຫດການ : ຜູ້ກ່ຽວເປັນຜູ້ຊາຍ ໄວກາງຄົນ ເວົ້າພາສາໄທ ໄດ້ເຂົ້າມາຊື້ຄຳຢູ່ຮ້ານຄຳມາໄລ ສະຫວັນນະເຂດ ບ້ານໂພນສະຫວ່າງໃຕ້ ໜ້າຄິວລົດຫຼັກ3 ວັນທີ 15/6/2022 ແລະໄດ້ຂໍຊຳລະເງິນໂອນຄ່າຄຳເປັນບັນຊີໄທ ໂດຍການໂອນເງິນ ມີຍອດເງິນເຂົ້າປົກກະຕິຕອນຊື້ແຕ່ຫຼັງຈາກນັ້ນຍອດເງິນຖືກຍົກເລີກ.

ທາງທະນາຄານວ່າເປັນຍອດເງິນຂອງເຊັກ CHECK ( ເຊັກທີ່ລໍຖ້າເຄຍເຂົ້າບັນຊີ ) ແຕ່ຂຶ້ນໂຊໃນບັນຊີມີຍອດເຂົ້າປົກກະຕິ ຂຶ້ນວ່າ CLEARING CHECK ເຊິ່ງທະນາຄານໃຫ້ຂໍ້ມມູນວ່າເປັນເງິນເຊັກທີ່ສັ່ງຈ່າຍບໍ່ມີເງິນໃນບັນຊີຈຶ່ງຖືກຍົກເລີກພາຍຫຼັງ ເຊິ່ງທາງຮ້ານເຂົ້າໃຈວ່າຖ້າມີຍອດເງິນເຂົ້າແລ້ວແມ່ນການໂອນຈ່າຍສຳເຫຼັດແຕ່ບໍ່ແມ່ນແນວນັ້ນ ທາງທະນາຄານວ່າແບບນີ້ເອີ້ນວ່າເຊັກເດັ້ງ.

ຕອນນີ້ບໍ່ສາມາດຕິດຕໍ່ຜຸ້ກ່ຽວໄດ້ ຢາກຂໍຄວາມຊ່ວຍເຫຼືອໃຜທີ່ພົບເຫັນບຸກຄົນດັງກ່າວ ຂ້າມດ່ານໄທລາວ ມາມື້ໃດ ພັກຢູ່ໃສ ໄປມາແຖວໃດ ໄປກິນຮ້ານອາຫານໃດ ຫຼື ເຄີຍຂຶ້ນລົດຄັນໃດ ກະລຸນາຊ່ວຍແຈ້ງເບາະແສໃຫ້ທາງຮ້ານຄຳມາໄລແນ່ ໃຫ້ຜູ້ກ່ຽວມາພົວພັນນຳທາງທາງຮ້ານແນ່.

ໂທ : 02055553001, 020 96 385 177

Related Posts

Leave a Reply

Your email address will not be published. Required fields are marked *