#ໄຜຢາກຊ່ວຍເຫລືອຄອບຄົວນັກເຕະທີມຊາດລາວຊ່ວຍເພິ່ນໄດ້ເດີ

>>ຂໍຄວາມຊ່ວຍເຫລືອຄົນລະເລັກລະຫນ້ອຍ ໃຫ້ກັບຄອບຄົວ ຈັນທະພອນ ແຫວນວົງສົດ ທີ່ເກີດເຫດໄຟໄຫມ້ເຮືອນຫລັງຈກໃນຄຳ່ຄືນວັນທີ 7 ມິຖຸນາ.

ໄດ້ເກີດເຫດໄຟໄຫມ້ ເຮືອນ ຢູ່ເຂດບ້ານໂພນທັນ ເມືອໄຊເສດຖາ ນະຄອນຫລວງວຽງຈັນ ຫນື່ງໃນເຮືອນເສຍຫາຍ ເປັນເຮືອນຂອງ ຈັນທະພອນ ແຫວນວົງສົດ ນັກເຕະບານທີມຊາດລາວ ແລະ ເປັນນັກເຕະຂອງ ສະໂມສອນຊ້າງນ້ອຍ FcSunday ຈັນທະພອນ ໄດ້ເລົ່າໃຫ້ຟັງວ່າ:

ໃນຕອນເກີດເຫດ ໄດ້ຍິນສຽງແຕກ ຢູ່ບໍລິເວນກົງເຕີ້ໄຟ ໃນຂະນະນັ້ນ ໄດ້ມີແປວໄຟລຸກຂື້ນ ພໍ່ ຂອງ Sunday ໄດ້ເອົານຳ້ຂື້ນໄປດັບ ແຕ່ໄຟມັນລຸກຂື້ນແຮງ ຜູ້ເປັນພໍ່ ໄດ້ລົງມາຈາກເຮືອນໄດ້ທັນ.

ແຕ່ ພໍ່ ກໍ່ໄດ້ຮັບບາດເຈັບສົມຄວນ.
ປະຈຸບັນ ພໍ່ຂອງ Sunday ໄດ້ປິ່ນປົວທີ່ໂຮງຫມໍ ອາການປອດໄພ.
ສະນັ້ນ ທ່ານໃດ ມີຈິດໃຈຢາກຊ່ວຍເຫລືອ ຄອບຄົວຂອງ Sunday ຈັນທະພອນ ສາມາດ ໂອນເງີນເຂົ້າບັນຊີ ຂອງ ຈັນທະພອນ ໄດ້ໂດຍກົງ.

ຕໍ່ກັບເຫດການນີ້ ຄວາມເສຍຫາຍ ຂອງ ຈັນທະພອນ ໄຟໄດ້ໃຫມ້ ຫມົດຫລັງ ລົດໃຫຍ່ ຖືກໄຟໄຫມ້ 1 ຄັນ ແລະ ລົດຈັກ 1 ຄັນ ພ້ອມກັບເຄື່ອງເຮືອນ ຈຳນວນຫລາຍຖືກໄຟໄຫມ້ຫມົດ.
CR: Lao su su ລາວ ສູ້ ສູ້.
