ຂ່າວດີ !! ໂອເປັກພລັສ ເພີ່ມກຳລັງການຜະລິດນ້ຳມັນຂຶ້ນເພື່ອບັນເທົາການຂາດແຄນນ້ຳມັນ

ໄດ້ມີມະຕິຕົກລົງຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ 684.000 ບາເຣວຕໍ່ວັນ ໃນເດືອນກໍລະກົດ ແລະ ເດືອນສິງຫາ 2022 ຈາກທີ່ເຄີຍຜະລິດ 432.000 ບາເຣວຕໍ່ວັນ ໃນໄລຍະໄຕມາດ 2 ຂອງປີນີ້ ເພື່ອບັນເທົາການຂາດແຄນນ້ຳມັນຈາກມາດຕະການຂວ້ຳບາດຕໍ່ນ້ຳມັນຂອງຣັດເຊຍ ຈາກປະເທດຕາເວັນຕົກ.

ຫຼັງຈາກຂ່າວດັ່ງກ່າວອອກມາ ໄດ້ເຮັດໃຫ້ລາຄານ້ຳມັນໃນຕະຫຼາດໂລກປັບລົງທັນທີ 0,9% ປິດທີ່ 144,26 ໂດລາຕໍ່ບາເຣວໃນຕອນເຊົ້າຂອງວັນທີ 3 ມິຖຸນາຜ່ານມາ.