ໃນວັນທີ 4 ມິຖຸນາ 2022 ຜ່ານມາ, ທ່ານ ນາງ ປອ. ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດ ຊຸດທີ 9 ໄດ້ໂພສຂໍ້ຄວາມຢູ່ເຟສບຸກສ່ວນຕົວຂອງທ່ານ ໂດຍມີເນື້ອໃນວ່າ: ຂໍເປັນກຳລັງໃຈໃຫ້ທຸກຄົນກັບມາມີຮອຍຍີ້ມອີກຄັ້ງ ໃນໄວໆນີ້ ຮູ້ວ່າລຳບາກກັນທີ່ສຸດຊ່ວງເວລານີ້ ອົດໃຈອີກນິດດຽວ ພວກເຮົາຈະບໍ່ຢູ່ໃນສະພາບແບບນີ້ຕະຫລອດໄປຢ່າງແນ່ນອນ ຕ້ອງລວມພະລັງກັນຢັບຢັ້ງ ແລະ ຜ່ານວິກິດນີ້ໄປໃຫ້ໄດ້ຢ່າເຖີງຂັ່ນໃຫ້ໄປໄກຈົນຢຸດບໍ່ໄດ້.

“ບໍ່ຮູ້ຈະປອບໃຈແນວໃດນອກຈາກຄຳວ່າ ສູ້ໆເດີ້ ຂໍສົ່ງກອດນີ້ໃຫ້ທຸກທ່ານເດີ້. ຜູ້ທີ່ເກງກຳໄລຈາກຄ່າເງິນບົນຄວາມທຸກຍາກລຳບາກ ນໍ້າຕາຂອງຄົນສ່ວນໃຫຍ່ທັງຊາດ ຮູ້ສຶກວ່າພວກເຈົ້າໃຈດຳຫລາຍ…. ທຳລາຍຄ່າສະກຸນເງິນເຮົາເອງເທົ່າກັບທຳລາຍເສດຖະກິດຂອງຊາດ ຂໍໃຫ້ຢຸດຄິດເຖິງຊາດບ້ານເມືອງຈັກຫນ້ອຍນຶ່ງແດ່ກາດີ ບໍ່ມີຊາດກໍບໍ່ມີເຮົາເດີ້.”

ລາວເຮົາຂາດເງິນຕາຕ່າງປະເທດ ແມ່ນແທ້ຢູ່ບໍ? ບາດໄປແລກຕະຫລາດທາງນອກຄືຍັງແລກໄດ້ຢູ່ຕະຫລອດ! ແຕ່ອັດຕາແລກປ່ຽນຜູ້ຂາຍເປັນຜູ້ກຳນົດ.
