ເກີດເຫດພູເຂົາໄຟ Bulusan ຟີລິບປິນລະເບີດ.

ວັນທີ 5 ມິຖຸນາ 2022 ຜ່ານມານີ້ ພູເຂົາໄຟ Bulusan ເທິງເກາະລູຊອນຂອງຟີລິບປິນ ລະເບີດ ເປັນເວລາກວ່າ 17 ພົ່ນຄວັນດຳ ແລະ ຂີ້ເຖົ່າ ອັນມະຫາສານຂຶ້ນສູ່ທ້ອງຟ້າ ສູງກວ່າ 1 ກິໂລແມັດ.

ຕາມການລາຍງານຂ່າວຟີລິບປິນ ມີຢ່າງໜ້ອຍ 2 ເມືອງໃນແຂວງ ໂຊກອນ ທີ່ຖືກຝຸ່ນຂີ້ເຖົ່າປົກຄຸມບໍ່ສາມາດແນມເຫັນກັນໄດ້ ທາງດ້ານເຈົ້າໜ້າທີ່ກູ້ໄພ ແລະ ດັບເພີງໄດ້ເຂົ້າຊ່ວຍຜູ້ສູງອາຍຸ ແລະ ຜູ້ເປັນພະຍາດ.

ແຕ່ເຫດການຄັ້ງນີ້ຍັງບໍ່ໄດ້ຮັບການລາຍງານຜູ້ໄດ້ຮັບບາດເຈັບ ຫລື ເສຍຊີວິດ.

#ຂ່າວຕ່າງປະເທດ
#ຟີລິບປິນ
#ພູໄຟລະເບີດ
ຊົມຄລິບ