ສາທາກຽມເຝົ້າລະວັງການລະບາດຂອງພະຍາດໄຂ້ເລືອດອອກ

ນັບແຕ່ຕົ້ນປີ 2022 ມາຮອດວັນທີ 1 ມິຖຸນາ, ທົ່ວປະເທດລາວມີຜູ້ຕິດເຊື້ອພະຍາດໄຂ້ເລືອດອອກ ຫຼືໄຂ້ຍຸງລາຍຈໍານວນ 1.175 ຄົນ, ໃນນີ້ເສຍຊີວິດແລ້ວ 1 ຄົນ, ຜູ້ຕິດເຊື້ອສ່ວນຫຼາຍແມ່ນຢູ່ນະຄອນຫຼວງວຽງຈັນໂດຍສະເພາະແມ່ນຢູ່ເມືອງສີໂຄດຕະບອງ, ໄຊເສດຖາ, ຈັນທະບູລີ ແລະ ເມືອງຫາດຊາຍຟອງ.

ທ່ານ ດຣ. ບົວລໍາ ຄໍາລ້ອມ ຄະນະສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ປີນີ້ຝົນຕົກແຕ່ຫົວປີ ບວກກັບເປັນປີລະບາດໃຫຍ່ຂອງພະຍາດດັ່ງກ່າວ, ຈຶ່ງເຮັດໃຫ້ຈໍານວນຜູ້ຕິດເຊື້ອໄຂ້ເລືອດອອກດັ່ງກ່າວແມ່ນເພີ່ມຂຶ້ນຫຼາຍ ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ມີຄວາມສ່ຽງສູງທີ່ຈະເກີດການລະບາດຮ້າຍແຮງ ເຊິ່ງໄລຍະທີ່ມີການຕິດເຊື້ອສ່ວນໃຫຍ່ແມ່ນນັບແຕ່ທ້າຍເດືອນເມສາ ຫາເດືອນຕຸລາ.

ທ່ານໃຫ້ຮູ້ຕື່ມອີກວ່າ: ມາຮອດປັດຈຸບັນທີມງານຂອງສູນໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຂອງນະຄອນຫລວງວຽງຈັນ ລົງເຄື່ອນໄຫວກວດກາຕາມບ້ານເຮືອນປະຊາຊົນ ຈຸດທີ່ມີຄວາມສ່ຽງຕ່າງໆ ພ້ອມທັງໄດ້ແນະນໍາໃຫ້ປະຊາຊົນ ອະນາໄມເຂດທີ່ຢູ່ອາໃສເປັນປະຈໍາເພື່ອປ້ອງກັນພະຍາດດັ່ງກ່າວ ແລະ ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນທຸກຄົນເປັນເຈົ້າການປະຕິບັດຕາມຫຼັກການກໍາຈັດບ່ອນເພາະພັນຍຸງລາຍຕາມຫຼັກການ 5 ປ ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ.

ຈາກ: ວສລ