6 ຍຸດທະສາດເນື້ອໃນສຳຄັນ ການຫາລືລະຫວ່າງນາຍົກ ລາວ-ໄທ ເພື່ອແກ້ໄຂຮ່ວມກັນໃນການພັດທະນາ.

ຂ່າວ WorkpointTODAY ລາຍງານໃຫ້ຮູ້ວ່າ: ໃນວັນທີ 2 ມິຖຸນາ 2022, ນີ້, ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນໂອກາດເດີນທາງມາຢ້ຽມຢາມຢ່າງເປັນທາງການ.

ໃນລະຫວ່າງການຢ້ຽມຢາມຄັ້ງນີ້ ນາຍົກລາວ-ໄທ ໄດ້ຫາລື 6 ເນື້ອໃນສຳຄັນຄື:

1) ໄທ ແລະ ສປປ ລາວ ພ້ອມແລ້ວທີ່ຈະເດີນໜ້າຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ແລະ ວຽກງານເສດຖະກິດໃນເຂດຊາຍແດນໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

2) ເລັ່ງປັບປຸງບູລະນະການທ່ອງທ່ຽວ ເພື່ອສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນ ເຊິ່ງໄທທີ່ຈະສະໜັບສະໜູນ ສປປ ລາວ ໃນການກໍ່ສ້າງຂົວຂ້າມນໍ້າຂອງຊຽງແມນ-ຫຼວງພະບາງ ເພື່ອສົ່ງເສີມການທ່ອງທ່ຽວລະຫວ່າງລາວ-ໄທ.

3) ເລັ່ງແລະຂະຫຍາຍເສັ້ນທາງຄົມມະນາຄົມລະຫວ່າງກັນໃຫ້ຫຼາຍຂຶ້ນ. ໂດຍສະເພາະແມ່ນການເຊື່ອມຕໍ່ລະບົບທາງລົດໄຟຂອງສອງປະເທດ ພ້ອມທັງຖືເອົາຜົນປະໂຫຍດສູງສຸດຈາກໂຄງການທາງລົດໄຟລາວ-ຈີນ ຮ່ວມກັນແບບ Win-Win.

4) ສືບຕໍ່ພັດທະນາພື້ນຖານໂຄງລ່າງ ແລະ ເຮັດໃຫ້ມາດຕະຖານແລະລະບຽບການສອດຄ່ອງກັນ.

5) ເພີ່ມທະວີການຮ່ວມມືດ້ານເສດຖະກິດດີຈີຕອລ, ເປັນສຳຄັນການພັດທະນາເສດຖະກິດຍຸກສະໄໝ ເຊິ່ງປະເທດໄທ ພ້ອມແລ້ວທີ່ຈະສະໜັບສະໜູນ ສປປ ລາວ ໃນການພັດທະນາທັກສະ ແລະ ຄວາມສາມາດຂອງບຸກຄະລາກອນໃນຂົງເຂດດີຈີຕອລ ແລະ ພັດທະນາລະບົບການຊຳລະເງິນລະຫວ່າງປະເທດໃຫ້ມີປະສິດທິພາບຫຼາຍຂຶ້ນ ພ້ອມທັງເພີ່ມທະວີການຮ່ວມມືດ້ານພະລັງງານສະອາດ

6. ດ້ານຄວາມໝັ້ນຄົງ ໄທ ແລະ ສປປ ລາວ ໄດ້ເຫັນດີເພີ່ມທະວີການລາດຕະເວນຕາມຊາຍແດນ. ເພື່ອສະກັດກັ້ນການລັກລອບຂ້າມແດນຢ່າງຜິດກົດໝາຍ ແລະເພີ່ມທະວີການຮ່ວມມືໃນ ສະກັດກັ້ນ ແລະ ປາບປາມຢາເສບຕິດ ໄທພ້ອມແລ້ວທີ່ຈະສະໜັບສະໜູນ ສປປ ລາວ ໃນການຂະຫຍາຍຜົນການຈັບກຸມ ແລະ ສະໜອງອຸປະກອນການສືບສວນທີ່ທັນສະໄໝ.

ນອກຈາກນີ້ທັງສອງຝ່າຍະຮ່ວມມືກັນແກ້ໄຂກຸ່ມແກ້ງຫລອກລວງທາງອອນລາຍ ແລະ ບັນຫາການຄ້າມະນຸດຢ່າງເຕັມຮູບແບບ ເພື່ອປ້ອງກັນບໍ່ໃຫ້ປະຊາຊົນທັງສອງຝ່າຍປະສົບກັບໄພການຄ້າມະນຸດ.

Related Posts

Leave a Reply

Your email address will not be published. Required fields are marked *